ຂໍຄວາມຊ່ວຍເຫລືອແນ່ 🙏🏻🙏🏻🙏🏻 ຂ້າພະເຈົ້າຕາງໜ້າຄອບຄົວ ອາຈານ ເກດມະນີ ຂຸນພົນ

ບໍ່ຊ່ວຍເຫລືອເງິນ ກໍ່ຊ່ວຍແຊຮ໌ໃຫ້ແນ່ ເພື່ອເປັນກຸສົນ ໃນການຊ່ວຍເຫລືອຊີວິດຄົນ
ອ.ຈ ເກດມະນີ ຂຸນພົນ ອາຍຸ 49ປີ ຢູ່ບ້ານວັງຊາຍປະຈຸບັນເປັນ ອ.ຈ ສອນ ຢູ່ ມຕ ໂນນຄໍ້ ( ນະຄອນຫລວງວຽງຈັນ ) ຜູ້ຊຶ່ງເປັນ ແມ່ພິມຂອງຊາດ
ຜູ້ກ່ຽວເກີດໂລກເສັ້ນເລືອດໃນສະຫມອງຕີບ ກະທັນຫັນໄດ້ມາ ນອນປິ່ນປົວຢູ່ຫ້ອງ ICU ໂຮງໝໍ 150 ຕຽງ.

ຮັກສາໂຕ ໄດ້ 17ມື້ແລ້ວ ແຕ່ອາການຍັງຫນັກ ແລະຫນ້າເປັນຫ່ວງ ( ໄດ້ເຈາະຄໍຊ່ວຍໃນການຫາຍໃຈ ) ທີຜ່ານມາ ຄອບຄົວແລະພີ່ນ້ອງ ລວບລວມເງິນ ເພື່ອມາປິ່ນປົວແລະຮັກສາ ຈົນສຸດຄວາມສາມາດ
ປະຈຸບັນ ທາງຄອບຄົວແມ່ນບໍ່ມີເງິນທີ່ຈະຮັກສາຕໍ່ແລ້ວ ຈຶ່ງຕັດສິນໃຈຂໍຄວາມຊ່ວຍເຫລືອຈາກ ສັງຄົມ ຍາດພີ່ນ້ອງ ໝູ່ຄູ່ຮັກແພງ ລູກສິດລູກຫາ ແລະ ຜູ້ໃຈບຸນທັງຫລາຍ

ຜູ້ລະເລັກຜູ້ລະໜ້ອຍ ເພື່ອນຳເງິນມາຮັກສາ ກອບກູ້ເອົາຊີວິດຜູ້ກ່ຽວ
( ເລກບັນຊີຜູ້ກ່ຽວຕາມຮູບນີ້ ) ອອກຊື່ ເປັນຊື່ ອາຈານ ເກດມະນີ ຂຸນພົນ ເບີໂທ 020-95967752
ຫລືໃຜສະດວກ ກໍ່ມາເບິ່ງອາການ ອ.ຈ ໄດ້ໂຕຈິງເລີຍເດີ້
ຝາກແຊຮເຖິງຜູ້ທີໃຈດີໃຈບຸນຢາກຊ່ວຍເຫຼືອ ອຈ ເກດມະນີ ຂຸນພົນ ແດ່

🙏🙏🙏ຂໍຂອບໃຈລວງໜ້າ,ຖືວ່າເປັນບຸນເປັນກຸສົນຢ່າງຍິ່ງ,ຂໍໃຫ້ພວກທ່ານພົບແຕ່ຄວາມສຸກຄວາມຈະເລີນຮັ່ງມີລ້ຳລວຍຕະລອດໄປ