ລະວັງ! ການໃສ່ນໍ້າມັນແກ້ວແຄມທາງ ບໍ່ແມ່ນການແກ້ໄຂສະເພາະໜ້າ ແຕ່ເປັນການເສຍເງິນໄລຍະຍາວ

ເຕືອນໃຫ້ທຸກທ່ານລະວັງທີ່ສຸດທີ່ມັກໃສ່ນ້ຳມັນແຄມທາງລະວັງຖືກລອກ

ນ້ຳມັນປົນສີ, ເຮັດໃຫ້ລົດແພ

ວັນທີ 21/6/2022 ມານີ້ມີຜູ້ໃສ່ເຟສບຸກທ່ານໜຶ່ງ ອອກມາໂພສເຕືອນສັງຄົມ ກໍລະນີຖືກລອກ ຈາກແມ່ຄ້າຫົວໃສທີ່ເອົານ້ຳມັນປົນສີມາຂາຍ ເກີດລົດດັບກາງທາງມີ

ຈື່ງມາດູດເບິ່ງນ້ຳມັນ ພ້ອມພິສູດດ້ວຍການເອົາໄຟຈູດ ແຕ່ກໍ່ບໍ່ໄໝ້ຈື່ງຮູ້ແຈ້ງວ່າຕົນເອງຖືກລອກ

ດັ່ງນັ້ນຜູ້ກ່ຽວຈື່ງໄດ້ປະນາມຕໍ່ຜູ້ກະທຳຜິດຂອງພໍ່ຄ້າແມ່ຄ້າທີ່ສວຍໂອກາດເອົາປຽບປະຊາຊົນ.

ເລື່ອງລາຄາແພງແລ້ວຍັງບໍ່ພໍ ຍັງບໍ່ໄດ້ນ້ຳມັນແທ້ອີກ.,ອ່ານເພີ່ມເຈົ້າຂອງໂພສຂຽນ:
ສະຖານະການບ້ານເມືອງເປັນແນວນີ້ ເຈົ້າກະສວຍໂອກາດໂພດຜູ້ຮ່າຍນໍ້າມັນໃສ່ຕຸກຂາຍກະດາຍ ເອົານໍ້າມາປົນສີຜະສົມອາຫານມາຂາຍໃຫ້ລູກຄ້າ ເສຍທັງເງິນ,ເສຍຄວາມຮູ້ສຶກ, ເສຍທັງຄ່າແປງລົດ 62 #60,000ກີບບໍ່ມີຄວາມໝາຍວ່າຊັ້ນລູກຄ້າ

ດ່ຽວເຈົ້າໜ້າທີ່ໄດ້ລົງຕິດຕາມກວດກາເບິ່ງຕົວຈິ່ງ

-ຢຶດນໍ້າມັນຂາຍແຄມທາງມື້ທີ 3 ໄດ້ນໍ້າມັນ 100 ກວ່າລິດ

ວັນທີ 23 ມິຖຸນາ 2022 ເປັນມື້ທີ 3 ທີ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ກວດກາການຊື້ຂາຍ ນໍ້າມັນຊະຊາຍຕາມແຄມຖະໜົນຫົນທາງຍ່າງພື້ນທີ່ ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງຈັນທະບູລີ, ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ.

ຜ່ານການລົງຕິດຕາມກວດກາພົບເຫັນ ຜູ້ທີ່ຈໍາໜ່າຍຊື້ຂາຍນໍ້າມັນ 18 ຈຸດ ທີ່ເຄີຍຖືກສຶກສາອົບຮົມມາແລ້ວ ແຕ່ຍັງຝືນດື້ສືບຕໍ່ລະເມີດ ລັກຊື້ຂາຍຊະຊາຍ ເຈົ້າໜ້າທີ່ຈຶ່ງຢຶດນໍ້າມັນທີ່ຕັ້ງວາງຂາຍ ປະເພດແອັດຊັງ ຈໍານວນ 95 ລິດ, ນໍ້າມັນກາຊວນ 1,5 ລິດ, ນໍ້າປົນສານສີແດງ ຈໍານວນ 20 ລິດ ພ້ອມທັງສຶກສາອົບຮົມ ແລະ ນຳໃຊ້ມາດຕະການປັບໃໝ ຕໍ່ຜູ້ລະເມີດ.

ສໍາລັບນໍ້າມັນທີ່ພົບເຫັນ ໄດ້ຢຶດນຳມາຮັກສາໄວ້; ສ່ວນນໍ້າປົນສານສີແດງໄດ້ທໍາລາຍຖິ້ມ ແລະ ຈະສືບຕໍ່ກວດ ແລະ ຢຶດຕໍ່ໄປ ຈົນຢຸດຂາຍນໍ້າມັນຊະຊາຍ ” ເຈົ້າຫນ້າທີ່ກ່າວ ” .

ເບິ່ງຄຣິບໄດ້
#ວີດີໂອລາວພັດທະນາ #ນໍ້າມັນເຊື້ອໄຟ