ບັນຍາກາດ ຕອນເຊົ້າວັນທີ 25/06/2022 ຕາມເສັ້ນທາງຫລວງ ຫນ້າວັດສີບຸນເຮືອງ ມີນັກທ່ອງທ່ຽວຈຳນວນຫຼາຍໄປຕາກບາດ

ບັນຍາກາດ ຕອນເຊົ້າວັນທີ 25/06/2022 ຕາມເສັ້ນທາງຫລວງ ຫນ້າວັດສີບຸນເຮືອງ ວັດສີມຸງຄຸລ ວັດສົບ ວັດແສນໂຮງຮຽນຫລວງ…

ແມ່ນມີນັກທ່ອງທ່ຽວຈາກເມືອງໄທ ມາໃສ່ບາດໃຫ້ສາທຸ ເຈົ້າມ່ອມ ແລະອ້າຍຈົວ ເປັນຈຳນວນຫລວງຫລາຍ

ຫລັງຈາກລາວເຮົາເປີດປະເທດ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ມານີ້ ແຂວງຫລວງພຣະບາງ ກໍ່ເລີ່ມມີແຂກ ໂດຍສະເພາະແຂກ ຈາກພີ່ນ້ອງເມືອງໄທເດີນທາງມາທາງລົດໄຟ ລາວ-ຈີນ ຈາກນະຄອນຫລວງວຽງຈັນ ມາຫລວງພຣະບາງ ເຮົາ 40-50% ແມ່ນຜູ້ໂດຍສານ ຈາກປະເທດໄທ

ເຊິ່ງເຮັດໃຫ້ຫລວງພຣະບາງມີຄວາມຄືກຄື້ນ ພ້ອມທັງເມືອງວັງວຽງ ແລະຫນອງຂຽວເມືອງງອຍ ກໍ່ຄຶກຄັກຂຶ້ນຫລາຍກວ່າແຕ່ເກົ່າ.

ຂໍຂອບໃຈຮູບພາບຈາກສາທຸ : Bounhao Panyasoukແລະ ນະຄອນຫຼວງພຮະບາງ

Related Posts

Leave a Reply

Your email address will not be published. Required fields are marked *