#ຄ້າຂາຍອອນລາຍເມື່ອໄດ້ຮັບເງິນໂອນ, ແຕ່ບໍ່ສົ່ງເຄື່ອງໃຫ້ລູກຄ້າ ແມ່ນຈະຖືກປັບໃໝແລະ ຕັດອິດສະລະພາບປະມວນກົດໝາຍອາຍາ:
ອັນທີ່ຮ້າຍແຮງກວ່ານັ້ນ ເປັນເລື່ອງທີ່ເຖິງຂັັ້ນມີການຮ້ອງຟ້ອງດຳເນີນຄະດີກັນກໍມີ ຍ້ອນວ່າມີກຸ່ມຄົນບໍ່ດີສວຍໃຊ້ໂອກາດແບບນີ້ສ້າງເພຈຂຶ້ນມາເພື່ອຫລອກລວງໂພສຂາຍສິນຄ້າຕ່າງໆນານາ
ທັງໆທີ່ສິນຄ້າເຫລົ່ານັ້ນຜູ້ເອົາມາໂພສອາດຈະບໍ່ມີສິນຄ້າຢູ່ຈິງ ສົ່ງຜົນໃຫ້ມີການໂພສປະຈານກັນລົງໃນສື່ອອນລາຍ ສ່ວນເຈົ້າຂອງເພຈກໍຈະມີການບ່າຍບ່ຽງໄປໜ້າຕິກໆ ແລະ ບັອກຊ່ອງທາງການຕິດຕໍ່ຂອງຜູ້ທີ່ເສຍຫາຍໄປເລີຍກໍມີ.
ສະນັ້ນເຮົາຕ້ອງມີສະຕິ ສຶກສາຂໍ້ມູນໃຫ້ລະອຽດກ່ອນໃນການຈະສັ່ງຊື້ສິນຄ້າຕ່າງໆທາງອອນລາຍ ເຊັ່ນ: ກວດຂໍ້ມູນຮ້ານໃຫ້ລະອຽດ, ລະບຸທີ່ຢູ່ບໍ່, ມີຕົວຕົນແທ້ບໍ່, ເປັນຄົນລາວ ຫລື ຕ່າງປະເທດ, ມີເບີໂທລະສັບທີ່ເປີດໃຊ້ປະຈຳບໍ່ ແລະ ບັນຊີຮັບເງິນກົງກັບບັດປະຈຳຕົວບໍ່?
ແຕ່ທ່ານຮູ້ຫລືບໍ່ວ່າ ການຫລອກລວງ ເປັນສິ່ງຜິດກົດໝາຍ ມີໂທດທາງອາຍາ ຈະຖືກດຳເນີນຄະດີ ແລະ ປັບໃໝດັ່ງນີ້:
#ຄ້າຂາຍອອນລາຍເມື່ອໄດ້ຮັບເງິນໂອນ, ແຕ່ບໍ່ສົ່ງເຄື່ອງໃຫ້ລູກຄ້າ ແມ່ນຈະຖືກປັບໃໝແລະ ຕັດອິດສະລະພາບປະມວນກົດໝາຍອາຍາ:
ມາດຕາ 233 ການສໍ້ໂກງຊັບ
+ບຸກຄົນໃດໃດຫາກໄດ້ໃຊ້ເລ່ລ່ຽມ ຕົວະຍົວະຫລອກລວງ ດ້ວຍວິທີໃດກໍ່ຕາມເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ ແລະຈະຖືກປັບໃໝ ແຕ່ 5 ລ້ານກີບ ຫາ 20 ລ້ານກີບ.
