ຖ້າຢາກເປັນຜູ້ນຳທີ່ດີຢາກໃຫ້ປະຊາຊົນເຊື່ອໝັ້ນແມ່ນຕ້ອງເວົ້າໄດ້ທຳຈິງ.
ບໍ່ແມ່ນມານັ່ງເວົ້າແຕ່ປາກແວບໆຢູ່ຫັ້ນ,ເຮັດຫຍັງບໍ່ໄດ້,ມີແຕ່ສໍ້ໂກງແຕ່ຂອງລັດ,ຕິດຫນີ້ຈາກຕ່າງປະເທດມາໃຫ້ປະຊາຊົນເປັນຜູ້ຊຳລະ.
ເບິ່ງບົດຮຽນຈາກຈີນ ເລື່ອງປາບການສໍ້ລາດບັງຫລວງ ຕ້ອງເດັດຂາດ
ມາດຕະການເພື່ອບໍ່ໃຫ້ລັດວິສະຫະກິດຂອງຈີນເສຍຫາຍ, ຈີນສັ່ງປະຫານຊີວິດທ່ານ ໄຫຼສ່ຽວມິນ ອະດີດປະທານບໍລິສັດລັດວິສາຫະກິດແຫ່ງໜຶ່ງຂອງຈີນ ຍ້ອນສໍ້ລາດບັງຫລວງ ມູນຄ່າເສຍຫາຍເກືອບ 300 ລ້ານໂດລາສະຫະລັດ, ເຮັດໃຫ້ລັດ, ປະເທດແລະບໍລິສັດເສຍຫາຍ,ເປັນພາລະໃຫ້ປະເທດ ແລະ ປະຊາຊົນ
(ພັກຄອມມູນິດຈີນວ່າ ເວົ້າແລ້ວຕ້ອງເຮັດໃຫ້ 100% ບໍ່ດັ່ງນັນປະຊາຊົນຈະບໍ່ເຊື່ອໝັ້ນ,ເຊື່ອມສັດທາ)
