Lao News

ສິ່ງດຽວທີ່ເຮັດໄດ້ຕອນນີ້ກໍຄືທົນໄປກ່ອນ ຫວັງວ່າທຸກຢ່າງຈະດີຂຶ້ນ

ຫລາຍທ່ານຄຸ້ນດີກັບຄຳສຸພາສິດບູຮານທີ່ວ່າ “ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄຳ” ທັງຮູ້ດີວ່ານີ້ຄືຄຳສອນ ໃຫ້ຄົນເຮົາອົດທົນ ເພື່ອຜົນສຳເລັດທີ່ເປັນການຕັ້ງຄວາມມຸ່ງຫວັງໄວ້ ຍິ່ງສະພາບແບບສູ່ມື້ນີ້ຍິ່ງຕ້ອງໄດ້ອົດທົນ ເຮັດສິ່ງໃດໜຶ່ງເພື່ອຕົນ ຄອບຄົວແລະ ສັງຄົມ ຊຶ່ງສຸດທ້າຍແລ້ວ ກໍຈະໄດ້ທ່ອນຄໍາ ມາຄອບຄອງດັ່ງໃຈຫວັງ!ບໍ່ວ່າຊາດໃດໃນໂລກນີ້, ການຈະພັດທະນາ ຍ່ອມຕ້ອງອາໄສຄວາມອົດທົນ, ຄົນເຮົາກໍເຊັ່ນດຽວກັນເສັ້ນ ທາງຊີວິດລ້ວນແຕ່ພົບອຸປະສັກ ຄວາມຫຍຸ້ງຍາກຕ່າງໆ, ເມື່ອຜູ້ນຳປະເທດໃດໜຶ່ງ ບຸກຄົນໃດໜຶ່ງຫາກເອົາຄວາມອົດທົນ ອຸປະສັກ ຄວາມຫຍຸ້ງຍາກລຳບາກ ມາເປັນພະລັງບວກ ຄືຜ່ານການທົດສອບ ມື້ສຳເລັດ ກໍຈະມາເຖິງແນ່ນອນ.

ເມື່ອຢ້ອນໄປເບິ່ງບັນຫາຫລາຍມື້ຜ່ານມາ, ລາຄາ ແລະ ການຂາດເຂີນນໍ້າມັນເຊື້ອ ໄຟ ໄດ້ກາຍເປັນອຸປະສັກສົມຄວນ, ແຕ່ເມື່ອເຂົ້າໃຈສະພາບ ທີ່ບໍ່ໄດ້ເປັນແຕ່ປະເທດເຮົາແລ້ວບວກໃສ່ລັດ ຖະບານສຸມຄວາມພະຍາຍາມແກ້ໄຂ ແລະ ຄວາມອົດທົນຂອງທົ່ວສັງຄົມ ບັນຫາກໍຜ່ານຜ່າມາໄດ້, ຄວາມຫຍຸ້ງຍາກໄດ້ຮັບການແກ້ໄຂດີຂຶ້ນ.

ເວົ້າເໜືອເພື່ອຕົກໃຕ້, ທ່າອ່ຽງບັນຫານໍ້າມັນໃນໂລກຍັງຈະສືບຕໍ່ສັບສົນຫຍຸ້ງຍາກ ກາຍເປັນຜົນພວງສ້າງອຸປະສັກຕໍ່ການພັດທະນາໃນໂລກໄປອີກ ຊຶ່ງບໍ່ຮູ້ວ່າຈະແກ້ໄຂໄດ້ໃນເວລາໃດ, ແຕ່ການຫັນປ່ຽນວິທີນຳໃຊ້ຍານພາຫະນະຕາມເງື່ອນໄຂຂອງແຕ່ລະຄົນໃນສັງຄົມໜ້າຈະເປັນທາງເລືອກ ເພື່ອບັນເທົາຄວາມຫຍຸ້ງຍາກ ແລະ ສຸດທ້າຍ ຄຳສຸພາສິດບູຮານລາວທີ່ວ່ານີ້ສາມາດສ້າງພູມຕ້ານທານທີ່ແຂງແຮງເມື່ອປະສົບຄວາມຫຍຸ້ງຍາກ ກໍສາມາດຜ່ານຜ່າໄດ້ ແລະບໍ່ກະທົບແຮງ ຕໍ່ຄວາມຕັດສິນໃຈ ຄວາມສູ້ຊົນພັດທະນາຕົນເອງ, ຄອບຄົວ, ສຳນັກງານ, ວຽກງານ…

ໂດຍພື້ນຖານແລ້ວ, ຄົນລາວເຮົາ ອ່ອນນ້ອມຖ່ອມຕົນ, ອົດທົນອົດກັ້ນ, ບໍ່ຢ້ານອຸປະສັກ, ສາມັກຄີກັນດີ,ໂອບເອື້ອອາລີ ຕໍ່ຄົນອື່ນ…

ເມື່ອປະສົບຄວາມຫຍຸ້ງຍາກ ແລະ ເຂົ້າໃຈດີວ່າຄວາມຫຍຸ້ງຍາກບໍ່ແມ່ນຄວາມປາຖະໜາຂອງໃຜ, ແຕ່ເມື່ອເກີດຂຶ້ນແລ້ວ ກໍປຸ້ມລຸມກັນໃສ່ແກ້ໄຂ, ອົດທົນຜ່ານຜ່າ, ເສຍສະລະສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ.

ການພ້ອມກັນຜ່ານຜ່າເພື່ອໄປສູ່ສິ່ງທີ່ດີໃນພາຍໜ້າທັງຮ່ວມກັນຫາທາງອອກທີ່ສອດຄ່ອງກັບສະພາບຂອງພວກເຮົາ ແລະ ທ່າອ່ຽງໂລກໂດຍການພັດທະນາສ້າງຄວາມເຂັ້ມແຂງດ້ວຍພວກເຮົາເອງ,ຢຸດການອາໄສ ຜູ້ອື່ນ, ຮ່ວມກັນສ້າງໃຫ້ປະເທດມີພື້ນຖານເສດຖະກິດເຂັ້ມແຂງ…ທັງຫລານີ້ຄືພະລັງແຫ່ງຄວາມຫວັງທີ່ເກີດຈາກການພ້ອມກັນອົດທົນຮ່ວມກັນແກ້ໄຂ ປັດກວາດສິ່ງບໍ່ດີສິ່ງກີດຂວາງ ໃຫ້ໝົດໄປ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button