ຂ່າວຈາກ dailynews,ສີລັງກາ ລາຍງານວັນທີ 26ມິຖຸນາ 2022 ຜ່ານມານີ້ວ່າ:

ສີລັງກາ ພວມຂາດແຄນ ນໍ້າມັນເຊື້ອໄຂັ້ນຮ້າຍແຮງຫລັງຈາກກະຊວງພະລັງງານສີລັງກາອອກແຈ້ງການດ່ວນ ໃນວັນທີ25ມິຖຸນາ ເລື່ອງກຳປັ່ນຂົນສົ່ງນໍ້າມັນຫລາຍລຳ ບໍ່ໄດ້ເດີນທາງມາທຽບທ່າຕາມກຳນົດໂດຍບໍ່ແຈ້ງເຫດຜົນຢ່າງຈະແຈ້ງ.
ຂະນະທີ່ກຳປັ່ນລໍາລຽງນໍ້າມັນເຊື້ອໄຟອີກຫລາຍລຳປະຕິເສດຈອດທຽບທ່າດ້ວຍເຫດຜົນກ່ຽວກັບສະຖານະການທາງເງິນຂອງສີລັງກາບໍລິສັດ CeylonPetroleum Corporation ລັດວິສາຫະກິດດ້ານນໍ້າມັນເຊື້ອໄຟຂອງສີລັງກາຍັງບໍ່ສາມາດຄາດການໄດ້ວ່າຈະໄດ້ຮັບນໍ້າມັນເຊື້ອໄຟໃໝ່ ຫລື ບໍ່
ແລະ ເມື່ອໃດInuuaään Ceylon Petroleum Corporationຈຳເປັນຕ້ອງໂຈະການນດຳເນີນຂອງໂຮງກັ່ນທີ່ມີຢູ່ແຫ່ງດຽວເປັນການຊົ່ວຄາວທັງທີ່ມີ ການດຳເນີນການຮອບຫລ້າສຸດ ເມື່ອຕົ້ນເດືອນນີ້ ໂດຍໃຊ້ນໍ້າມັນດິບ 90.000ໂຕນຂອງຣັດເຊຍຊື້ຜ່ານນາຍໜ້າທີ່ນະຄອນນດູໄບໃນສະຫະນະຄອນ ເອເມເຣັດ ອາຣັບແລະ ບໍລິສັດ ດັ່ງກ່າວຍັງມີໜີ້ຄ້າງຈ່າຍຫລາຍກວ່າ700 ລ້ານໂດລາສະຫະລັດ.
ທ່ານ Ranil Wickremesinghe,ນາຍົກລັດຖະມົນຕີສີລັງກາຖະແຫລງແບບກົງໄປກົງມາ ເມື່ອບໍ່ດົນມານີ້ວ່າ: ເສດຖະກິດຂອງປະເທດພວມກ້າວເຂົ້າສູ່ສະພາວະລົ້ມລະລາຍຢ່າງສົມບູນ ເນື່ອງຈາກບໍ່ມີງົບປະມານນຳເຂົ້ານໍ້າມັນເຊື້ອໄຟ ແລະ ອາຫານ ໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາກອນພາຍໃນປະເທດເກືອບ 22 ລ້ານຄົນ.