ຫລວງນໍ້າທາສັ່ງໂຈະກິດຈະການຊົ່ວຄາວ 3 ປໍ້ານໍ້າມັນຍ້ອນຂາຍເກີນລາຄາ
ພະແນກອຸດສາຫະກຳ ແລະການຄ້າແຂວງຫລວງນ້ຳທາ ໃນນາມຕາງໜ້າຄະນະກໍາມະການຄຸ້ມຄອງລາຄາສິນຄ້າແລະຄ່າບໍລິການຂັ້ນແຂວງ ຂໍແຈ້ງມາຍັງ ທ່ານ ອັກຕະເດດ ສຸດທິບຸນໂນລາດ ເຈົ້າຂອງປໍ້ານໍ້າມັນ ຈຳນວນ 03 ປໍ້າ ຊື່ງມີລາຍລະອຽດດັ່ງນີ້:
1_ປໍ້ານໍ້າມັນ ສະຕາອອຍ ຫົວຂົວ |ຫລວງນ້ຳທາ
2_ປໍ້ານໍ້າມັນ ສະຕາດອ ທົ່ງດີ ຫລວງນ້ຳທາ
3_ນໍ້ານໍ້າມັນ ສະຕາລອຍ ບ້ານຕອນຄຸນ ຫລວງນ້ຳທາ
ເຫດຜົນຂອງການໂຈະແມ່ນຍ້ອນ ທ່ານ ອັກຕະເດດ ສຸດທິບຸນໂນລາດ ເຈົ້າຂອງປໍ້ານໍ້າມັນ ຈໍານວນ 03 ປໍ້າດັ່ງກ່າວ ໄດ້ຂາຍນໍ້າມັນເຊື້ອໄຟເກີນລາຄາທີ່ອົງການຄຸ້ມຄອງລາຄາກຳນົດໃນແຕ່ລະໄລຍະ, ເຈົ້າໜ້າທີ່ໄດ້ລົງແນະນໍາຕັກເຕືອນຫຼາຍຄັ້ງ ແລະ ບໍ່ໃຫ້ການຮ່ວມມື ລວມທັງການສ້າງບົດບັນທຶກການແນະນຳຕັກເຕືອນເພື່ອໄວ້ເປັນຫຼັກຖານ ທ່ານ ອັກຄະເດດ ສຸດທີ່ບຸນໂນລາດ ເຈົ້າຂອງປໍ້ານໍ້າມັນ ຈໍານວນ 03 ປ້ຳ ດັ່ງກ່າວ ກໍ່ບໍ່ຍອມເຊັ່ນບົດບັນທຶກຕາມການແນະນຳ, ທ່ານຍັງສືບຕໍ່ຂາຍລາຄາເກີນກຳນົດມາໂດຍຕະຫຼອດ ບໍ່ຍອມປະຕິບັດຕາມລະບຽບການໂດຍສະເພາະໃນສະພາບບ້ານເມືອງກໍາລັງພົບຄວາມຫຍຸ້ງຍາກ ເປັນການສວຍໂອກາດໃຫ້ຕົນເອງ ປັ່ນປວນເຮັດໃຫ້ຜູ້ຊົມໃຊ້ໃນສັງຄົມມີຄວາມເດືອດຮ້ອນ ແລະເສຍຜົນປະໂຫຍດ ແລະ ສ້າງບັນຫາຕໍ່ການຄຸ້ມຄອງຂອງລັດ ເຊິ່ງຜິດຕໍ່ ລະບຽບກົດໝາຍດັ່ງນີ້:
1. ກົດໝາຍປົກປ້ອງຜູ້ຊົມໃຊ້ ມາດຕາ 34 ສິດຂອງສະໜອງ ຂໍ້ທີ 1 ດຳເນີນທຸລະກິດ ການຜະລິດ ການໜ່າຍ ແລະ ການບໍລິການ ຕາມລະບຽບກົດໝາຍ( ແຕ່ຜູ້ກ່ຽວພຶດບໍ່ປະຕິບັດຕາມ);
2. ລັດເລກທີ 331/ນຍ ໃນມາດຕາ 41 ພັນທະຂອງປໍ້ານໍ້າມັນເຊື້ອໄຟ ຂໍ້5 ຄາບນໍ້າມັນເຊື້ອໄຟຕາມລາຄາທີ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟກໍານົດແຕ່ລະໄລຍະ(ແຕ່ຜູ້ກ່ຽວພັດາບເກີນກຳນົດ) ແລະ ຂໍ້8ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ, ບໍລິສັດຈຳໜ່າຍພາຍໃນ ກ່ຽວກັບການສະໜອງຂໍ້ມູນ ແລະ ການກວດກາການດຳເນີນທຸລະກິດນໍ້ານໍ້າມັນເຊື້ອໄຟຂອງຕົນ( ແຕ່ຜູ້ກ່ຽວພັດບໍ່ໃຫ້ການຮ່ວມມືບໍ່ສະໜອງຂໍ້ມູນ
ການ-ຊື້ຂາຍນໍ້າມັນ, ບໍ່ຍອມປະຕິບັດຕາມມາດຕະການຕ່າງໆຕາມລະບຽບການ ເຮັດຕາມລຳຟັງໃຈ ແລະບໍ່ສົນໃຈກັບການແນະນຳຂອງເຈົ້າໜ້າທີ່).
3 . ດຳລັດເລກທີ່ 474/ນຍ ໃນມາດຕາ 19 ພັນທະຂອງຜູ້ດຳເນີນທຸລະກິດ ຂໍ້2 ປະຕິບັດມາດຕະການຕາມການຄຸ້ມຄອງລາຄາ ທີ່ກຳນົດໄວ້ໃນດຳລັດສະບັບນີ້ ແລະ ອົງການຄຸ້ມຄອງລາຄານໍາໃຊ້ໃນແຕ່ລະໄລຍະ(ແຕ່ຜູ້ກ່ຽວແມ່ນບໍ່ຍອມປະຕິບັດຕາມມາດຕະການທີ່ອົງການຄຸ້ມຄອງລາຄານໍາໃຊ້ໃນແຕ່ລະໄລຍະ).
ດ້ວຍເຫດຜົນຂ້າງເທິງພະແນກອຸດສາຫະກຳ ແລະ ການຄ້າ ໃນນາມຕາງໜ້າຄະນະກຳນະການຄຸ້ມຄອງລາຄາ ສິນຄ້າ ແລະ ຄ່າບໍລິການ ເຫັນວ່າຜູ້ກ່ຽວແມ່ນເປັນການເຈຕະນາຜ່າຜົນຕໍ່ລະບຽບການ, ກົດໝາຍ ແລະ ການຄຸ້ມຄອງຂອງລັດ ຈຶ່ງອອກແຈ້ງການສະບັບນີ້ສັ່ງໂຈະ ຫຼື ຢຸດເຊົ່າ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ, ຖ້າຜູ້ກ່ຽວຫາກຍອມປະຕິບັດຕາມລະບຽບກົດໝາຍແມ່ນໃຫ້ມາສະເໜີຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາ, ກົງກັນຂ້າມຜູ້ກ່ຽວຫາກບໍ່ປະຕິບັດຕາມແຈ້ງສະບັບນີ້ ແລະ ມີການລະເມີດຜ່າຝືນຕໍ່ ແມ່ນຈະໄດ້ນຳໃຊ້ມາດຕາການຖອນທະບຽນວິສາຫະກິດ ແລະ ສະເໜີໃຫ້ທຸກພາກກ່ຽວຂ້ອງຖອນເອກະສານທັງໝົດ ແລະ ໃຊ້ມາດຕະການດຳເນີນຕາມຂັ້ນຕອນຂອງຂະບວນຍຸຕິທໍາຕາມກົດໝາຍ,
ດັ່ງນັ້ນ, ຈຶ່ງແຈ້ງອອກການສະບັບນີ້ມາຍັງທ່ານເພື່ອຊາບ ແລະປະຕິບັດຢ່າງເຂັ້ມງວດ.

_
