ໂຮງຮຽນຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ (SOS) ຫຼວງພະບາງ ມີຄວາມຕ້ອງການຂະນັກງານ 2 ຕໍາແຫນງ ລາຍລະອຽດດັ່ງລຸ່ມນີ້:
1. ພະນັກງານລ້ຽງດູເດັກ (ນຳສາວ) 2 ຕໍາແໜ່ງ
# ເງື່ອນໄຂຂອງຜູ້ສະໝັກມີຄື:
– ຈົບມັດທະຍົມຕົ້ນຂຶ້ນໄປ ( ສື່ສານພາສາວລາວໄດ້ຢ່າງດີ )
– ສຸຂະພາບແຂງແຮງ
– ມີຄວາມເສຍສະລະສູງ
– ຊື່ສັດ ແລະ ມັກໃນການພັດທະນາເດັກນ້ອຍ.
❖ ໜ້າທີ່ຮັບຜິດຊອບ:
– ເປັນຜູ້ຊ່ວຍແມ່ລ້ຽງ ເອັສ ໂອ ເອັສ ຢູ່ໃນຄອບຄົວ, ປະຕິບັດໜ້າທີ່ ແລະ ແບ່ງເບົາພາລະໃນເວລາແມ່ລ້ຽງລາພັກ.
– ລົງເລີກວຽກງານການດູແລເດັກທຸກຄົນພາຍໃນຄອບຄົວ ແລະ ໝູ່ບ້.
– ເຄົາລົບສາຍຜູກພັນທາງດ້ານຈິດໃຈລະຫວ່າງ ແມ່ລ້ຽງ ເອັສ ໂອ ເອັດ ແລະ ເດັກທຸກຄົນ.
– ເຂົ້າຮ່ວມການເຮັດແຜນກິດຈະກໍາຮ່ວມກັບແມ່ ແລະ ໜ່ວຍງານຜູ້ສຶກສາອົບຮົມເດັກ,
– ເປັນແບບຢ່າງທີ່ດີໃນການດໍາລົງຊີວິດປະຈໍາວັນ ໃຫ້ແກ່ເດັກ.
– ເວລາປະຈໍາຢູ່ເຮືອນນຳສາວ ຮັບຜິດຊອບແຕ່ງກິນໃຫ້ພະນັກງານ, ແຂກມາຢ້ຽງຢາມ.
– ເບິ່ງຄວາມເປັນລະບຽບຮຽບຮ້ອຍ ຄວາມສະອາດເຮືອນຮັບແຂກ.
• ເອກະສານປະກອບສະໝັກງານ
– ໃບຢັ້ງຢືນຈົບການສຶກສາ
– ສໍາມະໂນໂນຄົວ ຫຼື ບັດປະຈຳ
– ໃບຢັ້ງຢືນສຸຂະພາບ
– ໃບແຈ້ງໂທດ
– ໃບຜ່ານງານຖ້າມີ
– ໄດ້ຮັບການສັກຢາວັກຊິນຕ້ານໂຄວິດຢ່າງໜ້ອຍ 2 ເຂັມຂຶ້ນໄປ.
ສົນໃຈສາມາດຍື່ນແບບຟອມສະມັກໄດ້ ທີ່ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງ ( ຖະໜົນຕາດກວາງຊີ ຂື້ນກັບບ້ານປົ່ງຫວ້ານ ນະຄອນ-ຫຼວງພະບາງ ຕິດຕໍ່ : 020 55571755, 55162644, 0305031798 ໃນໂມງລັດຖະການ.
ປິດຮັບສະມັກວັນທີ 25 ກໍລະກົດ 2022 )
