ສີລັງກາ ຂຶ້ນລາຄາໄຟຟ້າ-ຫ້າມລົດສ່ວນບຸກຄົນໃສ່ນ້ຳມັນ

ສີລັງກາ ຂຶ້ນລາຄາໄຟຟ້າ-ຫ້າມລົດສ່ວນບຸກຄົນໃສ່ນ້ຳມັນ

ຂປລ.ສຳນັກ​ຂ່າວ ຣອຍ​ເຕີ, ສີ​ລັງກາ ປັບ​ຂຶ້ນ​ລາຄາ​ ໄຟຟ້າ​ກວ່າ 800% ພ້ອມ​ປະກາດ ​ຢຸດ​ຂາຍ ​ນ້ຳມັນ ​ເປັນ​ເວລາ 2ອາທິດ ​​ ​ເປັນຕົ້ນ​ໄປ ເພື່ອ​ຮັບ​ມື ​ວິ​ກິດ​ ພະລັງ ງານ ​ໃນ​ປະ​ເທດ ຫລັງ​ຈາກ ສົ່ງ​ຄະນະ ລັດຖະມົນຕີ ​ພະລັງງານ ​ໄປຣັດ​ເຊຍ ​ແລະ ກາ​ຕາ ​ເພື່ອ​ຂໍ​ຊື້ ​ນ້ຳມັນ ລາຄາ​ຖືກ ຂະນະ​ທີ່ ນ້ຳມັນ​ ສຳຮອງ​ ໃນ​ປະ​ເທດ ​​ເຫລືອ​ນ້ຳມັນ ບໍ່​ຫລາຍ

​ໂດຍ​ສະ​ເພາະ ນ້ຳມັນ ກາ​ຊວນ ມີ​ພຽງ 9.000​ໂຕນ ​ແລະ ​ແອັດ​ຊັງ 6.000 ​ໂຕນ ສຳລັບ ​ໃຊ້​ວຽກ​ ຈຳ​ເປັນ ​ເທົ່າ​ນັ້ນ.ນອກ​ນີ້ ຍັງ​ຫ້າມ​ລົດ​ ສ່ວນ​ບຸກຄົນ ​ໃສ່​ນ້ຳມັນ ທັງ ​ກາ​ຊວນ ​ແລະ ​ແອັດ​ຊັງ ເລີ່​ມຕັ້ງ​ແຕ່​ ວັນ​ທີ27​ ມິຖຸນານີ້ ​ໄປ​ຈົນ​ເຖິງ​ ວັນ​ທີ10 ​ກໍລະກົດ​ນີ້ ​ແລະ ອະນຸຍາດ ​ໃຫ້​​ໃສ່​ໄດ້ ​ສະ​ເພາະ ​ລົດ​ໂດຍສານ, ລົດ​ໄຟ, ພາຫະນະ ທີ່​ໃຊ້​ທາງ​ການ​ແພດ ​ແລະ ການ​ຂົນ​ສົ່ງ ​ອາຫານ.

ນອກ​ນີ້ ​ຍັງ​ປິດ​ໂຮງຮຽນ ​ໃນ​ເຂດ​ເມືອງ ​ແລະ​ ໃຫ້​ປະຊາຊົນ 22 ລ້ານ​ຄົນ ​ເຮັດ​ວຽກ​ຢູ່​ເຮືອນ.ສ່ວນ​ຄະນະ​ກຳມະການ​ໄຟຟ້າ​ຂອງ​ ສີ​ລັງກາ(CEB) ສູນ​ເສຍ​ເງິນ​ໄປ 6,5​ຕື້ຣູປີ(ສີ​ລັງກາ)​ໃນ​ໄຕ​ມາດ ​ທຳ​ອິດ ​ເຮັດ​ໃຫ້​ ຂໍ​ຂຶ້ນ​ລາຄາ​ ສຳລັບ​ ຜູ້​ຊົມ​ໃຊ້ ​ໄຟຟ້າ ​ລາຍ​ຍ່ອຍ 835% ​ເນື່ອງ​ຈາກ​ ປັດຈຸບັນ ຜູ້​ທີ່​ໃຊ້​ໄຟຟ້າ ​ໜ້ອຍ​ກວ່າ 30 ກິ​ໂລ​ວັດ​ ຕໍ່​ເດືອນ ຈະ​ຈ່າຍ​ຄ່າ​ໄຟຟ້າ 54,27 ຣູປີ ຫລື ປະມານ 0,15​ໂດ​ລາ​ ສະຫະລັດ ​ແລະ ພະຍາຍາມ ຈະ​ປັບຂຶ້ນ ​ຄ່າ​ໄຟ​ຟ້າ ​ເພີ່ມ​ເປັນ 507,65 ຣູປີ ຫລື ປະມານ 1,44 ​ໂດ​ລາ​ ສະຫະລັດ./.

(ພາກ​ຂ່າວ: ຕ່າງປະ​ເທດ)ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *