ເຖິງຈະເປັນຊັ້ນນາຍພົນກໍ່ບໍ່ໄວ້ໜ້າ !
ນັບແຕ່ສະໄໝທ່ານສີຈິນຜິງຂື້ນມາຮັບຕໍາແໜ່ງປະທານາທິບໍດີສປຈີນປີ2012 ກໍ່ໄດ້ວາງນະໂຍບາຍປາບປາມການສໍ້ລາດບັງຫຼວງຢ່າງເດັດຂາດ ນັບແຕ່ຂັ້ນນ້ອຍຈົນເຖິງຂັ້ນສູງ
ສອງນາຍພົນທະຫານລະດັບສູງໃນກອງທັບຈີນ”ພົນເອກຝັງເຟີງຮຸຍ” ແລະ”ພົນເອກຈາງຢາງ” ຖືກປົດອອກຈາກສະມາຊິກພັກຄອມມິວນິດຈີນແລະປົດອອກຈາກຕໍາແໜ່ງໃນກອງທັບກ່ອນຈະຖືກຕັດສີນໂທດພ້ອມທັງຢຶດຊັບສິນທີ່ບໍ່ຮູ້ທີ່ມາ.
ກ່ອນໜ້ານັ້ນໄດ້ດຳເນີນຄະດີກັບເຈົ້າໜ້າທີ່ພັກຄອມມິວນິດຈີນໃນຄະດີທູດຈະລິດໄປແລ້ວໜຶ່ງລ້ານກ່ວາຄົນ, ສະເພາະລະດັບນາຍພົນຂື້ນໄປ ສອບສວນແລະລົງໂທດໄປແລ້ວ200ກ່ວາຄົນ.
ມີລາຍງານວ່າ: ນາຍພົນ ຈາງຢາງ ຈົບຊີວິດຕົວເອງໃນປັກກິ່ງເພື່ອໜີການສອບສວນຄະດີ.
ສ່ວນນາຍພົນ ຝາງ ເຟີງຮຸຍ ແມ່ນບໍ່ທໍາມະດາ, ບໍ່ແມ່ນເປັນພຽງນາຍທະຫານແຖວໜ້າເທົ່ານັ້ນ,ປະທານສີຈິນຜິງເຄີຍໄວ້ວາງໃຈໃຫ້ເຮັດໜ້າທີ່ເປັນຕົວແທນເຈລະຈາເລື່ອງຂໍ້ພິພາດທະເລຈີນໃຕ້ກັບສະຫະລັດທີ່ຕຶກແພນຕາກອນ, ອີກທັງເຄີຍປະກົບອາລັກຂາປະທານສີໃນຄະນະທີ່ໄປພົບກັບ ໂດນັນທໍາອີກ.
ນາຍພົນ ຝາງ ຖືກກ່າວຫາວ່າຮັບສິນບົນມູນຄ່າກ່ວາ100ລ້ານຢວນ(ປະມານ100ກ່ວາຕື້ກີບໃນຕອນນັ້ນ) ທີ່ບໍ່ສາມາດອະທິບາຍທີ່ໄປທີ່ມາຂອງຊັບສິນໄດ້, ເຂົາຈຶ່ງໄດ້ຖືກຕັດສີນຈໍາຄຸກຕະຫຼອດຊີວິດ.
(ຮູບຊ້າຍມື ພົນເອກຈາງຢາງ, ຮູບຂວາມືພົນເອກຝາງເຟີງຮຸຍ).
ແຫຼ່ງຂໍ້ມູນ: Strength Trg