ນໍ້າມັນກາຊ່ວນ ປຸງແຕ່ງຈາກໂຮງງານຍອດງື່ມມີກິ່ນຂີວ.

ຈາກ ໂຮງງານ ຍອດງື່ມ ພາວເວິ້ຈຳກັດ ມີຄຸນນະພາບ ຫລື ບໍ່ ເພາະນໍ້າມັນມີກິ່ນຂິວເປັນພິເສດ, ເຊິ່ງອາດຈະກະທົບເຖິງລະບົບເຄື່ອງຈັກ.

ຜູ້ຊົມໃຊ້ນໍ້າມັນ ພາຍໃນເທດສະບານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ສົງໄສກ່ຽວກັບນໍ້າມັນກາຊ່ວນ ທີ່ປຸງແຕ່ງ.

ຕໍ່ບັນຫາດັ່ງກ່າວ ໃນວັນທີ 4 ກໍລະກົດ 2022 ທີ່ຜ່ານມາ ກະຊວງອຸດສະຫະກຳ ແລະ ການຄ້າ ສົມທົບ ກັບແຂວງ ໄດ້ລົງກວດບັນດາປໍ້ານໍ້າ; ຜ່ານກວດ ແລະ ວັດແທກ.
ເຫັນວ່ານໍ້າມັນ ແມ່ນໄດ້ຄຸນນະພາບ ແລະ ມາດຕະຖານແຫ່ງ ຊາດ ທີ່ໄດ້ກຳນົດໄວ້, ສາເຫດທີ່ມີກິ່ນຂີວ ຍ້ອນໂຮງງານປຸງແຕ່ງ ໄດ້ເຕີມຫົວເຊື້ອ ນໍ້າມັນກາຊ່ວນ ຊະນິດ ” ຊີເທນເອັມພາວເວິ້ ”

ເຊິ່ງຫົວເຊື້ອດັ່ງກ່າວ ແມ່ນບໍ່ໄດ້ສ້າງຄວາມເສຍຫາຍຫຍັງໃຫ້ເຄື່ອງຈັກ, ແຕ່ໃນທາງກັບກັນຫົວເຊື້ອ ໄດ້ສົ່ງຜົນດີໃຫ້ເຄື່ອງຈັກໃນການເຜົາໄຫມ້ ແລະ ລະບົບຫົວຊີດນຳອີກ.

ດັດແກ້ຈາກ: ວິທະຍຸ- ໂທລະພາບຊຽງຂວາງ.