ລົດຕູ້ຕໍາລົດຈັກ ຄົນເສຍຊີວິດ 1 ແລະ ກວດພົບຢາເສບຕິດເຕັມລົດ

ເຈິ 2 ຂໍ້ກ່າວຫາ ອຸບັດຕິເຫດ ແລະ ຢາເສບຕິດ ໃນເວລາ 14:40 ໂມງຂອງວັນທີ 27 ມີຖຸນາ 2022 ຜ່ານມາ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ລົດກວດສະຖານທີ່ເກີດອຸບັດຕິເຫດຕຳລົດຈັກທີ່ສາມແຍກ ເຂດບ້ານລຳມະລາດ ເສັ້ນທາງເລກທີ 13 ໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ.

ອຸບັດຕິເຫດ ເກີດຂຶ້ນລະຫວ່າງລົດຕູ້ ຕຳລົດຈັກ ພາໃຫ້ມີຄົນເສຍຊິວິດຄາທີ່ 1 ຄົນ ( ສັນຊາດຫວຽດນາມ ) ຈາກນັ້ນ ເຈົ້າຫນ້າທີ່ ກັກຕົວ ທ້າວ ເຄນຫມັ້ນ ອາຍຸ 27 ປີ, ບ້ານໂພນແພງ ເມືອງຄຳເກີດ ແຂວງບໍລິຄຳໄຊ ພ້ອມທັງເຂົ້າກວດຄົ້ນລົດ ພົບເຫັນຄັນຊາອັດແທ່ງຈຳນວນ 5 ເປົາ, ເທົ່າກັບ 101Kg ທີ່ຊຸກເຊື່ອງໄວ້ທີ່ລຸ່ມເບາະນັ່ງຂອງລົດ.

ຜ່ານການສອບສວນ ຜູ້ຖືກຫາສາລະພາບວ່າ ຄັນຊາ ຈຳນວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້ ເຊິ່ງຖືກແຈ້ງຂໍ້ກ່າວຫາຄະດີອຸບັດຕິເຫດ ແລະ ຢາເສບຕິດ.

ຂ່າວ:ພັນຊະນະ

Related Posts

Leave a Reply

Your email address will not be published. Required fields are marked *