ໜີ້ວໄຂ່ຫຼັງທ່ານສາມາດເລືອກກິນ 1 ຢ່າງ.

1.ຜັກຫອມເປ ປະມານ 100g ຕົ້ມກັບນໍ້າ 4 ຈອກ ກິນໃຫ້ໝົດພາຍໃນມື້ ເຮັດກິນ 7-9 ມື້.

2.ໝາກນັດເອົາກ້ານອອກ ຍັດຫົວຂິງປະມານ 10 g ແລະ ເກືອໜ້ອຍໜຶ່ງຈີ່ແລ້ວອັດ ເອົານໍ້າມັນມາກິນມື້ລະໜ່ວຍ ກິນ 7 ມື້ ຖ້າຍັງບໍ່ດີພັກ 7 ມື້ແລ້ວເຮັດກິນອີກ.

3.ໝາກຫຸ່ງ ຕັດຫົວເອົາແກ່ນອອກ ໃສ່ເກືອໜ້ອຍໜຶ່ງ ນຳໄປໜຶ່ງໃຫ້ສຸກກິນມື້ລະໜ່ວຍ.

4.ຜັກຂະແຍງ ຕຳແລ້ວຕອງເອົານໍ້າ ກິນສົດມື້ລະ2ຄັ້ງຕົ້ມກິນນໍ້າກໍ້ໄດ້

5.ແກ່ນໝາກກ້ວຍປ່າຕາກແຫ້ງຂົວໃຫ້ສຸກໃໝ້ໆຕຳໃຫ້ເປັນແປ້ງແລ້ວປົນນຳກິນເທື່ອລະ 2 ບ່ວງກາເຟ ຄົນເຄີຍເປັນ 6 ເດືອນ ເຮັດກິນເທື່ອໜຶ່ງ.
ແນະນຳໃຫ້ກິນ1ໃນຢ່າງ5ນີ້ແບບໃດກໍ່ດີຖືກຄົນລະຢ່າງ ຂໍໃຫ້ຢານີ້ຖືກກັບທຸກຄົນເດີ່ ສາທຸ…