🔥ດ່ວນ ໄວລຸ້ນສາຍຂຽວ ສາຍຕົ້ມ ວ່າແນວໃດ? ກັນຊາ ແລະ ໃບກະທ່ອມ (ບໍ່ຮູ້ວ່າໃນລາວເປັນພຶດຜິດກົດໝາຍບໍ່)

ກົມອາຫານ ແລະ ຢາ ກະຊວງສາທາລະສະສຸກ ອອກແຈ້ງການ ວ່າ ພືດກະທ່ອມ ຍັງເປັນພືດທີ່ເກືອດຫ້າມຢູ່ລາວຢູ່ເດີ້ ຫ້າມຊື້-ຂາຍ ກິນ-ດື່ມ ຈຳຫນ່າຍ ປູກ…

….
ພືດກະທ່ອມ (ໃບສົດ), ເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.
ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ແຈ້ງການເຖິງ ທ່ານ ອັກຄະຣາດຊະທູດໄທທີ່ປຶກສາ (ຝ່າຍການຄ້າ) ປະຈໍານະຄອນຫຼວງວຽງຈັນ ເລື່ອງ: ການນໍາພືດກະທ່ອມ (ໃບ ສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າມາຈໍາຫນ່າຍໃນ ສປປ ລາວ ໂດຍອີງຕາມ
ກົດຫມາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011;

ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006;
ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 08/ກຊສ, ລົງວັນທີ 04 ມັງກອນ 2005;
ຫນັງສືສະເຫນີຈາກສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ, ສະຖານເອກອັກຄະຣາຊະທູດໄທ ປະຈໍາ ນະຄອນຫຼວງວຽງຈັນ, ລົງວັນທີ 6 ມິຖຸນາ 2022.
ດັ່ງນັ້ນ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ຄົ້ນຄວ້າ ແລະ ຂໍແຈ້ງມາຍັງທ່ານໄດ້ຮັບຊາບວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າ ມາຈໍາຫນ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດຫມາຍທີ່ໄດ້ກໍານົດອອກ, ເນື່ອງຈາກວ່າຜະລິດຕະພັນທີ່ ໄດ້ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ
ຍັງເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດ ຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພິຈາລະນາຕາມທາງຄວນດ້ວຍ.

……

..
