ນັກບິນຊາວຝຶກຫັດອັງກິດ ເສັຍຊີວິດຫຼັງຖືກ ຢຸງກັດ…ວັນທີ 7 ກໍລະກົດ 2022. ສຳນັກງານຂ່າວ ບີບີຊີ ລາຍງານ ການພິຈາລະນາຄະດີການເສຍຊີວິດຂອງ ນາງ.ສາວ.ໂອເຣຍນາ ເປບເປອຣ໌ ໄວ 21 ປີ ນັກບິນຊາວຝຶກຫັດອັງກິດ
ຈາກເມືອງເບີຣີ ເຊນຕ໌ ເອັດມັນດົ໌ດ ເທດມົນຖົນຊັຟຟໍລົ໌ກ ສາຍການບິນພານິຊຢ໌ອີຊີເຈັດ ຂະນະຢູ່ໃນເມືອງອັນທ໌ເວິຣົ໌ບຂອງ ເບນຢຽມ ເມື່ອເດືອນຜ່ານມາວ່າ ສາເຫດມາຈາກການຖືກຢຸງກັດຈົນນັກບິນຊາວຝຶກຫັດມີອາການຕິດເຊື້ອທີ່ລຸກລາມໄປເຖິງສະຫມອງແລະເສຍຊີວິດ 5 ມື້

ຫຼັງຈາກນັ້ນ ໄນເຈນ ພາຣົ໌ດລີຢ໌ ເຈົ້າຫນ້າທີ່ຊັນສູດສະພະດັບສູງແຫ່ງເທດມົນຖົນຊັຟຟໍລົ໌ກ ລະບຸໃນການສະຫລຸບການບັນລະຍາຍວ່າ ເປັນໂຊກຣ້າຍສຳລັບນາງ ສາວຜູ້ມີອາຊີບການງານຢອດຢ້ຽມ
ສານຊັນສູດສົບເທດມົນຖລົນຊັຟຟໍລົ໌ກ ໃນເມືອງອິປົດວິດ ວ່າ ນາງ.ສາວ.ເປບເປອຣ໌ ຜ່ານການສອບພາກທິດສະດີໂຄງການຂອງອີຊີເຈັດໃນເມືອງອອກຊ໌ຟໍຣົ໌ດ ແລະ ເດິນທາງໄປເບນຢຽມເມື່ອເດືອນຜ່ານມາ ເພື່ອຮຽນຮູ້ຫຼັກສູດການບິນດ້ວຍເຄື່ອງວັດແທກປະກອບການບິນ

ນາງ.ສາວ .ໂອເຣຍນາ ເປບເປອຣ ເຂົ້າຮັກສາຕົວໃນໂຣງພະຢາບານ ຫຼັງຖືກຢຸງກັດທີ່ຕາຂ້າງຂວາ ແລະເບິ່ງຈະບວມແລະຕິດເຊື້ອ ຈາກນັ້ນ ນາງ.ສາວ.ໂອເຣຍນາ ໄດ້ຮັບຢາກິນ ແລະ ນາງກໍກັບໄປເຮືອນ. ແຕ່ 2 ມື້ຕໍ່ມາ ນາງສາວ..ໂອເຣຍນາ ຖືກສົ່ງກັບມາໂຣງພະຢາບານເມື່ອແຟນໜຸ່ມຂອງລາວເຫັນນາງລົ້ມລົງໄປ

ນາງ.ສາວ.ເປບເປອຣ໌ ໄດ້ເສຍຊີວິດໃນໂຮງພະຢາບານ ໃນ 3 ມື້ຕໍ່ມາ..ສາເຫດທາງການແພດຂອງການເສຍຊີວິດຂອງນາງ ນັກບິນຊາວຝຶກຫັດໄດ້ຮັບການບັນທຶກເປັນການອຸດຕັນຂອງເສັ້ນເລືອດໃນສະຫມອງໂດຍການຕິດເຊື້ອແບກທີເຣຍທີ່ມີຊື່ staphylococcus aureus ແລະ ການຖືກແມງກັດທີ່ໜ້າຜາກຍັງມີສ່ວນເຊັ່ນກັນ.
ຊົມຄລິບ.
ທີ່ມາຂອງຂ່າວ: https://www.khaosod.co.th/around-the-world-news/news_7150130