ເໝືອນຟ້າຜ່າມາກາງໃຈຜູ້ເປັນພໍ່ແມ່ຕ້ອງສູນເສຍລູກຊາຍຫຼາລູກຄົນດຽວໄປກະທັນຫັນໃນຄັ້ງນີ້ຄົງເປັນບົດຮຽນສອນພໍ່ແມ່ອີກຫຼາຍຄົນໄປນຳ

-ທ້າວນ້ອຍອາຍຸ38ປີເມຍຊື່ນາງບີ້ອາຍຸ34ປີ ທັງສອງເປັນຄອບຄົວຖານະກະຂ້ອນຂ້າງບໍ່ມີ ຜົວເປັນກຳມະກອນ ເມຍຫາກໍ່ລົງທືນເປີດຮ້ານຂາຍຂະຫນົມຂາຍເຄື່ອງຢູ່ຫຼັກ16ຜູ້ກ່ຽວຢູ່ບ້ານໃໝ່ໃຊສົມບູນຫຼັກ21

ຜູ້ກ່ຽວຫາກະລົງທືນຂາຍເຄື່ອງເປິດຮ້ານບໍ່ຮອດສາມເດືອນ ປົກກະຕິກະເບີ່ງລູກຢ່າງດີເພາະຫາກະມີລູກຄົນດຽວ ເລຍບໍ່ຢາກປະໄວ້ບ້ານນຳແມ່ເລີຍເອົາລູກມາຂາຍເຄື່ອງນຳຢູ່ຮ້ານທີ່ຫາກະລົງທືນເປີດ ຜົວກໍ່ຮັບຈ້າງເປັນກຳມະກອນ ນາງບີ້ເລີຍຢູ່ກັບລູກສອງຄົນໃນຂະນະທີ່ນາງບີ້ກຳລັງສີດັງໄຟພວມເຮັດຂະ

ຫນົມຂາຍລູກຊື່ວ່ານ້ອງສອງໄດ້ຍ່າງຫຼີ້ນແຖວຮ້ານຫຼັງຮ້ານແມ່ກະເຄີຍປ່ອຍລາວຫຼີ້ນປົກກະຕິ ພໍດັງໄຟແລ້ວສີມາຊອກລູກກໍ່ບໍ່ເຫັນລູກຊາຍແນມໄປເຫັນຮ່ອງນ້ຳຫລັງຮ້ານແມ່ນລູກຊາຍໄດ້ນອນນີງເສຍຊີວີດໃນນຳ້ແລ້ວ ຕອນນີ້ຜູ້ເປັນພໍ່ມາຮູ້ຂ່າວໄດ້ຂາດສະຕິໄປແລ້ວແລະແມ່ກໍ່ບໍ່ມີເງີນຊື້ໂລງເຮັດພິທິງານສົບລູກເພາະຕົນກໍ່ຫາກະລົງທືນເປີດຮ້ານ

ແລະຢູ່ໃນພາວະໂສກເສົ້າຈະຫາໃຜຊ່ວຍກໍ່ບໍ່ຮູ້ທາງເລີຍຂໍມອບສົບລູກໃຫ້ທາງສະມາຄົມເຮົາຊ່ວຍຈັດງານສົບໃຫ້ດ້ວຍເທີດເພາະຕົນກັບຜົວຕອນນີ້ຄືຊີວີດມືດ8ດ້ານທັງເສຍໃຈທັງບໍ່ຮູ້ແນວເຮັດຈື່ງໄດ້ໃຫ້ທາງເຮົາເປັນເຈົ້າພາບໃນງານນີ້

ສະຖານທີ່ຈັດງານສົບ ແມ່ນວັດໄຊສົມບູນ ຫຼັກ21 ສູດສົມແລະເຮັດພິທີຈູດເລຍດັ່ງນັ້ນຈື່ງຂໍວານຜູ້ມີຈິດໃຈດີເມດຕາຮ່ວມກີນທານບໍລິຈາກຄ່າໂລງຊ່ວຍນ້ອງສອນໃດ້

ຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວTHE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL.

010120001940404001 ກີບໂທລະສັບ020 54000089 ບັນເທົາ
