ຄຳທຳນາຍເປັນພຽງແນວຝງທາງໃນການໃຊ້ຊີວິດເທົ່ານັ້ນ ຄວນໃຊ້ວິຈາລະນະຍານໃນການອ່ານ ແລະ ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ສາທຸໆໆ
ເປີດດວງ 7 ວັນເກີດຮັບສັບໂຊກ ຊີວິດສະບາຍຈົນແກ່ເຖົ້າ.
ຄົນທີ່ເກີດວັນພຸດ: ຕ້ອງລົດຄວາມໃຈຮ້ອນລົງມາແດ່ເດີ ຫາກມີບັນຫາຫຍັງພະຍາຍາມປຶກສາຄົນອື່ນແດ່ ເພາະອາດຈະຊ່ວຍໄດ້ຫລາຍເລີຍແມ້ຈະຕ້ອງພົບກັບເລື່ອງຕ່າງໆທີ່ຫນັກຫນາມາ ບໍ່ວ່າຈະເປັນໃນຊ່ວງກ່ອນນີ້ກໍ່ຢ່າຟ້າວທໍ້ແທ້ໄປກ່ອນເດີ ເພາະມັນຈະຕ້ອງມາທາງອອກສະເໝີແລະໃນຊ່ວງເດືອນນີ້ 64 ນີ້ເປັນຕົ້ນໄປ ເນື່ອງຈາກດວງດີຫລາຍມີເກນຈະໄດ້ ຮັບສັບກ້ອນໃຫມ່ ມີແວວໄດ້ຮັບຂ່າຍດີລອຍເຂົ້າມາຫາໂຊກດີເຂົ້າມາໃນຊີວິດອາດຈະໄດ້ຈັບຫລັກກ້ອນໃຫ່ຍ ຫາກເຈົ້າດວງດີ ໃຫ້ເກັບໄວ້ແລ້ວຈະໄດ້ສັບ ສົມຫວັງ.
ຄົນທີ່ເກີດວັນເສົາ: ເມື່ອຍຫລາຍໂດຍສະເພາະ ເລື່ອງຂອງວຽກງານບັນຫລາຍຢ່າງເຫລືອເກີນ ຄົນອື່ນມັກຈະເອົາປັນຫາເຂົ້າມາໃຫ້ເຈົ້າແກ້ສະເໝີແລະສິ່ງທີ່ຢາກໃຫ້ລະວັງອີກຢ່າງຄື ຄຳເວົ້າຂອງຕົວເອງເພາະອາດຈະເຮັດໃຫ້ພົບເຈີກັບເລື່ອງຫນັກໃຈກໍ່ໄດ້ ສະນັ້ນ ຄິດຈະເວົ້າຫຍັງກໍ່ຈົ່ງພິຈາລະນາໃຫ້ຮອບຄອບເດີ ດວງຂອງເຈົ້າໃນຊ່ວງເດືອນນີ້ ຈະເກັ່ງສົມຄຳເວົ້າຫລາຍ ລອງອ່ານເບິ່ງເກືອບທຸກຂໍ້ນັ້ນລ້ວນແຕ່ພ່າຍແພ້ໃຫ້ກັບເຈົ້າດວງຂອງເຈົ້າຈະມີໂອກາດໃນດ້ານການງານແລະໂຊກນີ້ຈະເຮັດໃຫ້ເຈົ້າໄດ້ສະບາຍໃນອະນາຄົດອີກດົນເລີຍ
ທັງນີ້ທັງນັ້ນໂດຍລວມຂອງທ່ານທີ່ເກີດໃນວັນເສົາ ຈະໄດ້ໂຊກລາບຢ່າງແນ່ນອນ ໃຫ້ເກັບດວງນີ້ໄວ້ແລ້ວຈະໄດ້ພົບເຈີບແຕ່ສິ່ງດີໆເຂົ້າມາ.
ຄົນທີ່ເກີດວັນອາທິດ: ເລື່ອງງານອາດມີການປ່ຽນແປງເດີ ຫາກມີເລື່ອງບໍ່ຄາດຝັນເກີດຂຶ້ນຈົ່ງມີສະຕິເຂົ້າໄວ້ ຖ້າມີເງິນສຳຮອງເອົາແດ່ກໍ່ຈະຊ່ວຍໄດ້ຫລາຍເລີຍຫາກປະມາດອາດຈະພາດໄດ້ງ່າຍຫລາຍ ສຳຫລັບຕັ້ງແຕ່ເດືອນນີ້ 64 ນີ້ຈະມີຄົນຄອຍເຂົ້າມາໃຫ້ການຊ່ວຍເຫລືອເປັນກຳລັງໃຈ ພ້ອມກັບສະໜັບສະໜູນໃນດ້ານການເງິນ ເຮັດໃຫ້ການງານຂອງເຈົ້າດີຂຶ້ນຫລາຍ ມີເກນຈະໄດ້ຮັບໂຊກຈາການສ່ຽງດວງໃຫ້ເກັບດວງຊະຕາດີໆນີ້ໄວ້ ຂໍໃຫ້ພົ້ນເຄາະກຳ ໃຫ້ພົບເຈີແຕ່ຄວາມສຸກ ເງິນທອງໄຫລມາເທມາໃນຊີວິດ ສາທຸໆໆ.
ຄົນທີ່ເກີດວັນສຸກ: ຢ່າໄວ້ໃຈໃຜຫລາຍເກີນໄປເດີເຖິງຈະສະໜິດພຽງໃດກໍ່ຕາມ ຈະມີຄົນຄອຍຂັດຂວາງໂຊກຂອງເຈົ້າຢູ່ຕະຫລອດລະວັງຈະໂດນເຂົາໃສ່ຮ້າຍໄດ້ເຮັດຫຍັງກໍ່ຕິດໄປຫມົດບໍ່ມີຄວາມນ່າສົນໃຈເລີຍໃນຊ່ວງຜ່ານມານີ້ ແຕ່ອົດທົນອີກບໍ່ດົນເດີ ເພາະຫລັງຈາກຫມົດເດືອນນີ້ໄປແລ້ວນັ້ນຕ່າງກໍ່ເປັນຄົນເກັ່ງກັນແລ້ວ ແລະ ຈະມີຊາວຕ່າງຊາດເຂົ້າມາທຳຄວາມເຂົ້າໃຈແລະເຮັດຫຍັງກໍ່ຈະເລີ່ມມີຄວາມນ່າສົນໃຈຂຶ້ນ ຫາກມີຄວາມເຊື່ອໃນເລື່ອງຂອງໂຊກຊະຕາຕາມວັນເກີດ ຂໍໃຫ້ຊ່ວຍດວງນີ້ໄວ້ ຂໍຈົ່ງພົບເຈີແຕ່ສິ່ງດີໆເຂົ້າມາໃນຊີວິດ ໃຫ້ເກັບດວງດີນີ້ໄວ້ ສາທຸໆໆ.
ຄົນທີ່ເກີດວັນພະຫັດ: ຊີວິດຕ້ອງພົບກັບງານຫນັກຕະຫລອດຈົນບໍ່ມີເວລາໃຫ້ຄອບຄົວເລີຍເຮັດໃຫ້ບັນຫາຄອບຄົວຕາມມາຈາກຄວາມຫ່າງເຫີນຈະຕ້ອງຮີບຈັດການແກ້ໄຂດ່ວນເລີຍເດີ ໂດຍຕໍ່ໄປນີ້ຊ່ວງເດືອນນີ້ ປີ63 ນີ້ເປັນຕົ້ນໄປ ຈະມີພົບເຈີກັບເພື່ອນໃຫມ່ທີ່ມີຫນ້າຕາມດີເປັນຜູ້ໃຫ່ຍເຂົ້າມາຊ່ວຍເຫລືອ ແລະ ດວງຊະຕາຂອງເຈົ້າມີເກນຈະໄດ້ຮັບໂຊກເປັນເງິນກ້ອນໃຫ່ຍອີກດ້ວຍ ຈົນມີເງິນເກັບຫລາຍ ສາມາດປົດຫນີ້ສິນໄດ້ເລີຍ ແລະ ໂຊກດີຕໍ່ເນື່ອງຈະເຮັດໃຫ້ບ້ານທີ່ຕ້ອງການໄດ້ສຳເລັດໄວຂຶ້ນ.
ລົດທີ່ຫມາຍຕາໄວ້ກໍ່ຈະໄດ້ສົມດັ່ງຫວັງ ສິ່ງຕ່າງໆທີ່ຢາກໄດ້ຈະໄດ້ເລີຍ ເຊື່ອຖືວ່າດວງຂອງເຈົ້າກຳລັງຈະດີແລ້ວ ຢ່າລືມທີ່ຈະເກັບໂຊກຊະຕາຂອງຕົວເອງເອົາໄວ້ ຂໍໃຫ້ພົ້ນເຄາະຮ້າຍທຸກສິ່ງຢ່າງທີ່ກຳລັງເຂົ້າມາ ຂໍໃຫ້ມີແຕ່ໂຊກດີຕະຫລອດໄປ ສາທຸໆໆ
ຄົນທີ່ເກີດວັນຈັນ: ແຕ່ເດືອນນີ້ເປັນຕົ້ນໄປມີເກນໄດ້ຂອງມີຄ່າຈາກເພດຕົງຂ້າມທີ່ອ່ອນໄວກວ່າແລະການຍອມຮັບຈາກຄົນທີ່ເຄີຍດູຖູກເຈົ້າຕັ້ງແຕ່ຍັງນ້ອຍແຖມທ່ານຍັງມີເກນໄດ້ໂຊກລາບຈາກການສ່ຽງໂຊກຫາກພົບຄົນຂາຍເລ ມ ລາະຂາຍໃກ້ວັດວາອາຮາມ ໃຫ້ລອງຊື້ມາຈັກໃບດວງທ່ານມີເກນສູງຈະຖືກລາງວັນມີເງິນເອົາໄປໃຊ້ຫນີ້ສິນຊີວິດບໍ່ຕ້ອງຕິດຄ້າງໃຜ ອ່ານແລ້ວດີກົດແຊເປັນກຸສົນເພື່ອເພື່ອນໆທີ່ເກີດວັນດຽວກັນກັບທ່ານຣາສີດຽວກັນກັບທ່ານຈະໄດ້ອ່ານໄປນໍາ
ຂໍໃຫ້ທ່ານປະສົບພົບເຈີແຕ່ສິ່ງດີໆໃນຊີວິດໂຊກລາບລາກຫຼາຍຂໍໃຫ້ລວຍຊັບລວຍໂຊກມີເຮືອນ , ມີລົດ, ມີຊັບສົມບັດພາຍໃນປີນີ້ ດ້ວຍເທີນສາທຸ.
ຄົນທີ່ເກີດວັນອັງຄານ : ຍິງຊາຍໃດເກີດວັນຄານ ທ້າຍປີ 2021 ດວງຊະຕານີ້ຫາກມີຄົນເຂົ້າມາອຸປະກາລະ ຈະກ້າວໜ້າ ແລະ ເຕີບໂຕ ໄວ້ຫລາຍໆ ທັ້ງໃນເລື່ອງໜ້າທີການງານ ແລະ ຄູ່ຄອງ ຄົນເກີດວັນນີ້ ຫາກເຮັດວຽກທີ່ ກ່ຽວຂ້ອຍກັບຄວາມສວຍຄວາມງາມ ເສື້ອຜ້າ ຈະເຕີບໂຕ ແລະ ກ້າວໜ້າໄວຫລາຍ ທັ້ງງານປະຈຳ ແລະ ທຸລະກິດສ່ວນຕົວ ໃຫ້ລະວັງ ເລື່ອງການໃຊ້ເງິນ ເພື່ອຕອບສະໜອງຄວາມຕ້ອງການຕົວເອ ງຈະເຮັດໃຫ້ມີປັນຫາ ຂັດສົນ ເລື່ອງເງິນທອງ ແຕ່ຫລັງ ສີ່ງຫາ ດວງຊະຕາມີຄົນເຂົ້າມາອຸປະກາລະ ມີເງິນທອງ ໃຊ້ບໍ່ຂາດມື ມີບ້ານ ມີລົດ ໝົດໜີ້ສິນ
ຂໍໃຫ້ທຸກຄົນທີ່ເກີດວັນດຽວກັນນີ້ຈົ່ງໄດ້ດັ່ງຄຳທຳນາຍທີ່ກ່າວແຕ່ທ້າງເທີງນັ້ນທຸກປະການເຖີ້ນ.