ເພື່ອເປັນກຳລັງໃຈໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ມອບເງິນຈຳນວນ 300.000.000 ກີບ.
ໃຫ້ກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ ຊະນະ 4 ນັດ ໂດຍບໍ່ເສຍໃຫ້ ທີມໃດ ໃນຮອບແບ່ງກຸ່ມ ແລະ ເງິນຈຳນວນ
100.000.000 ກີບ ທີ່ຊະນະໃນນັດທີ 2, ລວມເງິນສະຫນັບສະຫນູນ ທີມຊາດລາວ ໄດ້ຮັບ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເປັນ ຈຳນວນເງິນທັງຫມົດ 400.000.000 ກີບ.
ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຮອງຊະນະເລີດ ຈະພົບກັບ ທີມຊາດໄທ ຈະແຂ່ງຂັນ ໃນວັນທີ 13 /07/2022 ເວລາ 20:00 ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga.
ຂໍໃຫ້ແຟນບານຈາກທາງບ້ານສົ່ງກຳລັງໃຈເຊຍ ແລະ ແຟນບານຊາວລາວ ຢູ່ທີ່ປະເທດອິນໂດເນເຊຍ ເຊຍຕິດຂອບສະຫນາມ ເພື່ອໃຫ້ກຳລັງໃຈ ທີມຊາດລາວ.
ຊົມຄລິບ
ຂອບໃຈຂໍ້ມູນ-ພາບ: ສຕລ