ຄະນະມົນຕີຊີເກມຂອງ ສປປ ລາວ ໄດ້ເດີນທາງ ເຂົ້າຮ່ວມກອງປະຊຸມ ກະກຽມຄວາມພ້ອມການຈັດການແຂ່ງຂັນກິລາຊີເກມຄັ້ງທີ 32 ທີ່ຈະຈັດຂຶ້ນໃນເດືອນພຶດສະພາ 2023 ປະເທດກຳປູເຈ່ຍເປັນເຈົ້າພາບ.

ປະທານສະຫະພັນຄົນພິການແຫ່ງຊາດລາວ, ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ກະເສມ ອິນທະລາ ຮອງປະທານ ຄອລ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຮອງເລຂາທິການ ຄອລ, ທ່ານພູວັນວົງສຸທິ ຮອງຫົວໜ້າກົມພົວພັນຕ່າງປະເທດ ແລະ ທ່ານ ນາງພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ຕາງໜ້າຄະນະກຳມະການກິລາກັບຜູ້ຍິງ.
ຄະນະມົນຕີປະກອບດ້ວຍ: ທ່ານ ນາງຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ,

ກອງປະຊຸມໄດ້ຕົກລົງຫລາຍບັນຫາ ໂດຍສະເພາະການສະເໜີບັນຈຸປະເພດກິລາ, ລາຍການແຂ່ງຂັນ. ສ່ວນການສະເໜີເປັນເຈົ້າພາບຈັດການແຂ່ງຂັນຕາມວາລະ ສປປລາວ ຖືກຜຽນເປັນຜູ້ຈັດໃນປີ 2029 ໄດ້ຖືກເລື່ອນອອກໄປເປັນປີ 2031 ເນື່ອງຈາກລາວເຮົາບໍ່ສາມາດຮັບໄດ້ໃນຊ່ວງປີ 2029.

ເຖິງຢ່າງໃດກໍ່ຕາມ, ຕ້ອງຖ້າລຸ້ນອີກຕໍ່ໄປວ່າ ລາວເຮົາຈະຮັບໃນປີ 2031 ຫລື ຈະເລື່ອນໄປອີກ
ຂໍ້ມູນ-ພາບ: ລາວ ສູ້ສູ້