ດ່ວນ! ບໍລິສັດລົດໄຟທົນບໍ່ໄຫວ ອອກມາຊີ້ແຈງ ແລ້ວ ຂ້ອຍກຳລັງຊິເຮັດຫ້ອງນ້ຳ

ຊີ້ແຈງບັນຫາ ປ່ອຍໃຫ້ຜູ້ໂດຍສານ ຕາກຝົນ.

ບໍລິສັດ ລົດໄຟລາວ – ຈີນ ຈຳກັດ ອອກມາຊີ້ແຈງ ວ່າ: ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກຫນັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ ນໍາໄປລົງສື່ສັງຄົມອອນລາຍ.

ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ ທາງສະຖານີກໍໄດ້ເປີດປະຕູ ແລະ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ລົດໄຟເຂົ້າໄປນັ່ງລໍຖ້າຂ້າງໃນອາຄານ ດັ່ງໃນຮູບຂ້າງລຸ່ມ, ພ້ອມກັນນັ້ນ ໃນທ້າຍອາທິດຜ່ານມາທາງສະຖານີນະຄອນຫລວງວຽງຈັນ ກໍໄດ້ຈັດສັນບ່ອນນັ່ງໃຫ້ຜູ້ທີ່ມາລຽນແຖວລໍຖ້າຊື້ປີ້ລົດໄຟ ດັ່ງຮູບຂ້າງລຸ່ມແລ້ວ. ສຳລັບຫ້ອງນໍ້ານອກອາຄານສະຖານີ ປະຈຸບັນທາງສະຖານີໄດ້ສັ່ງວັດສະດຸ ເພື່ອມາກໍ່ສ້າງສິ່ງກັ້ນຢູ່ໃນອາຄານສະຖານີ ລະຫວ່າງຜູ້ໂດຍສານທີ່ມີປີ້ ແລະ ຜູ້ທີ່ບໍ່ມີປີ້, ຄາດຄະເນປະມານ 02 ອາທິດ ຈະສຳເລັດ.

ຢ່າງໃດກໍຕາມ, ລົດໄຟລາວ-ຈີນ ເປັນລົດໄຟສາຍອານຸພາກພື້ນ ແລະ ເຊື່ອມໂຍງກັບສາກົນ ການບໍລິຫານຈັດການຄວນຈະໃຫ້ດີກວ່ານີ້, ບໍ່ແມ່ນຊິປະປ່ອຍໃຫ້ຜູ້ໂດຍສານມາຢືນຕາກແດດ, ຕາກຝົນ ໃນກໍລະນີ ມີນັກທ່ອງທ່ຽວຊາວຕ່າງປະເທດ ມາໃຊ້ບໍລິການ ຈະມີຄວາມຮູ້ສຶກແນວໃດ ໃນການບໍລິການ ແບບນີ້ ” ຝາກໄວ້ໃຫ້ຄິດ ແລະ ແກ້ໄຂ “

#ລົດໄຟລາວຈີນ
#LCR

Related Posts

Leave a Reply

Your email address will not be published. Required fields are marked *