ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ພົບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 19 ປີ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ.
ຮອບຮອງຊະນະເລີດ ວັນພຸດ 13/07/2022 ທີມຊາດລາວ ພົບ ທີມຊາດໄທ ..ທີມຊາດລາວເຮັດໄດ້ ເອົາຊະນະທີມຊາດໄທ 2-0 ຜ່ານເຂົ້າໄປຊິງຊະນະເລີດ ກັບ ທີມຊາດມາເລເຊຍ .

ຖືເປັນປະຫວັດສາດຄັ້ງທຳອິດທີ່ທີມຊາດລາວຊະນະທຸກນັດ ຈົນສາມາດເຂົ້າໄປຊິງຊະນະເລີດ ໃນລາຍການນີ້.
ຈົບເຄິ່ງເວລາທຳອິດທີມຊາດລາວ ຂຶ້ນນຳ ທີມຊາດໄທ 1-0 ຈາກ ປີເຕີ້ ພັນທະວົງ ນາທີ 7
ໃນເວລາ 83 ທິມຊາດລາວ ສາມາດຍິງເຂົ້າໄດ້ອີກປະຕູ. ຈົບເວລາ 90 ນາທີ ທິມຊາດລາວ 2-0 ທິມຊາດໄທ.
ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga ເຊີ່ງລາຍຊື່ 11 ຜູ້ຫລິ້ນຕົວຈິງ.
ເຊິ່ງນັດຊິງຊະນະເລີດ ຈະແຂ່ງຂັນ ໃນວັນທີ 15 ກໍລະກົດ 2022 , ເວລາ 20:00ຕາມເວລາປະເທດລາວ. ທີ່ສະໜາມ Patriot Candrabhaga.
ຜົນການແຂ່ງຂັນລົງສະຫນາມ 4 ນັດຜ່ານມາ ຊະນະ 1 ສະເໝີ 1 ເສຍ 2 ລວມມີ 4 ຄະແນນ.
ລາວ 1:1 ກຳປູເຈຍ.
ລາວ 2:1 ຕິມໍ ເລສເຕ.
ລາວ 0:5 ຫວຽດນາມ.
ລາວ 1:3 ມຽນມາ.
ຊົມຄລິບ