ກະບະຕຳຟູດບາດທາງດ່ວນ ເຈັບ 6 ຄົນ.

ໃນວັນທີ 14.7.2022, ເວລາ 9:15 ໂມງມີອຸບັດຕິເຫດ ຂັບຂີ່ລົດໃຫຍ່ເສຍຫຼັກຕຳຟຸດບາດ ຢູ່ທາງດ່ວນ ເຂດບ້ານວັງຄີ ເມືອງຫີນເຫີບ ແຂວງວຽງຈັນ.

ເມື່ອໜ່ວຍກູ້ໄພໄປຮອດສະຖານທີ່ພົບເຫັນຄົນ ເຈັບທັງໝົດ 6 ຄົນ ຍີງ 4 ຄົນ.
+ຂໍ້ມູນເບື້ອງຕົ້ນ;
-ຜຸ້ທີ1: ອາຍຸ 68 ປີ,ເພດຍີງ ມີບາດແຜເປີດຢູ່ບໍລີເວນຕີນເບື້ອງຂວາ
-ຜູ້ທີ2: ອາຍຸ 40 ປີ,ເພດຍີງ ຂາເບື້ອງຂວາຫັກປິດ.
-ຜຸ້ທີ3: ອາຍຸ 36 ປີ ,ເພດຊາຍ ພົກຊ້ຳຕາມຕົນໂຕ.
-ຜູ້ທີ4: ອາຍຸ 8 ປີ,ເພດຍີງ ພົກຊ້ຳຕາມຕົນໂຕ.
-ຜຸ້ທີ5: ອາຍຸ 43 ປີ,ເພດຍີງ ມີບາດແຜເປີດຢູ່ບໍລິເວນຫົວເຂົາເບື້ອງຊ້າຍ ແລະ ເຈັບບໍລິເວນແອວ.
-ຜູ້ທີ6: ອາຍຸ 20 ປີ,ເພດຊາຍ ພົກຊ້ຳຕາມຕົນໂຕ.

ດັ່ງນັ້ນ, ໜ່ວຍກູ້ໄພອົງການກາແດງແຂວງວຽງຈັນຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໄປໂຮງຫມໍແຂວງວຽງຈັນ.
