ລາຄານໍ້າມັນ ຈະຫຼຸດລົງຕື່ມ !!!
ກະຊວງອຸດສາຫະກຳ ແລະ ການຄ້າ, ຂໍແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ, ນະຄອນຫຼວງວຽງຈັນ ດັ່ງນີ້:
– ລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 15 ກໍລະກົດ 2022; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.
– ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ
👉 ນໍ້າມັນແອັດຊັງພິເສດ 1.750 ກີບ/ລິດ,
👉 ລາຄານໍ້າມັນແອັດຊັງທຳມະດາ ປັບລົງ 1.020 ກີບ/ລິດ
ແລະ
👉 ລາຄານໍ້າມັນກາຊວນ ປັບລົງ 1.940 ກີບ/ລິດ.
ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0617/ກຄພນ, ລົງວັນທີ 14 ກໍລະກົດ 202 ຈົນກວ່າຈະມີການປ່ຽນແປງ.
– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 08/ອຄ, ລົງວັນທີ 05 ກໍລະກົດ 2022.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.
