ຫລໍ່ ແລະ ໃຈດີ ໜຸ່ມວິນໃຈປ້ຳ ອັດສີດລູກລະ 10,000,000 ກີບ ເພື່ອເປັນກໍາລັງໃຈໃຫ້ນັກເຕະທຸກຄົນ

ຫລໍ່ ແລະ ໃຈດີ ໜຸ່ມວິນໃຈປ້ຳ ອັດສີດລູກລະ 10,000,000 ກີບ ເພື່ອເປັນກໍາລັງໃຈໃຫ້ນັກເຕະທຸກຄົນ.

ກະແສເຕະບານຢູ່ລາວເຮົາມາແຮງອີ່ຫຼີຕອນນີ້ ແລະ ຍອດອັດສີດກະເພີ່ມຂຶ້ນເລື້ອຍໆ ໄດ້ຍິນຂ່າວວ່າຍອດອັດສີດປັດຈຸບັນແມ່ນ 600,000,000 ກວ່າລ້ານແລ້ວ ຫຼ້າສຸດໜຸ່ມວິ້ນໂພດສວີດີໂອທີມຊາດລາວ U19 ພ້ອມບອກວ່າ.

ມື້ອື່ນນັດຊິງຊະນະເລີດລາວພົບມາເລເຊຍ ບ່າວວິ້ນວ່າຂໍອັດສີດລູກລະ 10,000,000 ກີບ ເພື່ອເປັນກໍາລັງໃຈໃຫ້ນັກເຕະທຸກຄົນ. ຕ້ອງຂໍຂອບໃຈນໍາໃຈຂອງບ່າວວິ້ນທີ່ສະໜັບສະໜູນທີມຊາດລາວເຮົາ ເຊື່ອວ່ານັກເຕະທີມຊາດລາວມີກໍາລັງໃຈຂຶ້ນຫຼາຍແນ່ນອນ ມາລຸ້ນນໍາກັນມື້ອື່ນວ່ານັກເຕະທີມຊາດລາວລຸ້ນອາຍຸບໍ່ເກີນ 19 ປີ ຈະເຕະໄດ້ຈັກລູກ.

ຊົມຄລິບ.

Related Posts

Leave a Reply

Your email address will not be published. Required fields are marked *