ແຊດ່ວນ! ທະນາຄານ_ພັດທະນາລາວ LDB Bank ໄດ້ອັດສີດເງິນ 💵 ຈໍານວນ 280.000.000 ກີບ
ໃຫ້ແກ່ຄະນະນັກກິລາ ແລະ ຄະນະຄູຝຶກ ທີມຊາດລາວ ທີ່ຜ່ານເຂົ້າຮອບຊິງຊະນະເລີດ ບານເຕະ AFF-U19 2022 ແລະ ພ້ອມອັດສີດຕື່ມ ເປັນເງິນລວມທັງໝົດ 606.000.000 ກີບ #ຖ້າຫາກສາມາດຄວ້າແຊັມ ມາໄດ້
ເພື່ອເປັນກໍາລັງໃຈ ໃຫ້ແກ່ ຄະນະນັກກິລາ ແລະ ຄະນະຄູຝຶກ ບານເຕະທີມຊາດລາວ ໃນການເຂົ້າຮ່ວມແຂ່ງຂັນກິລາບານເຕະ ຊິງແຊັມອາຊຽນ ລຸ້ນອາຍຸບໍ່ເກີນ 19 ປີ (U19) ທີ່ສາມາດຜ່ານເຂົ້າສູ່ຮອບຊິງຊະນະເລີດ ບານເຕະ AFF-U19 2022 ທີ່ ປະເທດອິນໂດເນເຊຍ
ໃນວັນທີ 13/07/2022 ທີ່ຜ່ານມາ, ທະນາຄານ ພັດທະນາລາວ ໄດ້ມອບເງິນສະໜັບສະໜູນ ຈໍານວນ 280.000.000 ກີບ ໃຫ້ແກ່ ຄະນະນັກກິລາ ແລະ ຄະນະຄູຝຶກ ບານເຕະທີມຊາດລາວ ທີ່ສາມາດຍາດໄດ້ໄຊຊະນະ ເໜືອທີມຊາດໄທ ແລະ ຜ່ານເຂົ້າໄປສູ່ຮອບຊິງຊະນະເລີດ ພົບກັບ ທີມຊາດມາເລເຊຍ;
ໂດຍແບ່ງເງິນສະໜັບສະໜູນ ໃຫ້ນັກກິລາ ຜູ້ລະ 10,000,000 ກີບ ຈໍານວນທັງໝົດ 23 ທ່ານ (ລວມເປັນເງິນ: 230.000.000 ກີບ) ແລະ ຄະນະຄູຝຶກ 50.000.000 ກີບ.
ນອກຈາກນັ້ນ, ທະນາຄານ ພັດທະນາລາວ ຍັງມີຄວາມຕັ້ງໃຈ ທີ່ຈະສືບຕໍ່ເພີ່ມຂວັນກໍາລັງໃຈ ໃຫ້ແກ່ນັກກິລາບານເຕະ ທີມຊາດລາວ ທຸກໆທ່ານ, ຖ້າຫາກ ສາມາດຄວ້າແຊັມ ໃຫ້ແກ່ ສປປ ລາວ ໄດ້ ໃນການແຂ່ງຂັນຮອບຊິງຊະນະເລີດ ແມ່ນຈະເພີ່ມວົງເງິນອັດສີດຕື່ມອີກ ເປັນຈໍານວນລວມທັງໝົດ 606.000.000 ກີບ
ໃຫ້ຄະນະນັກກິລາ ແລະ ຄະນະຄູຝຶກ ບານເຕະ ທີມຊາດລາວ; ໂດຍແບ່ງຊັດສ່ວນ ເງິນສະໜັບສະໜູນ ມອບໃຫ້ນັກກິລາ ຜູ້ລະ 22,000,000 ກີບ ຈໍານວນທັງໝົດ 23 ທ່ານ (ລວມເປັນເງິນ: 506.000.000 ກີບ) ແລະ ຄະນະຄູຝຶກ 100.000.000 ລ້ານກີບ.
ທະນາຄານ ພັດທະນາລາວ ພ້ອມທີ່ຈະເປັນສ່ວນໜຶ່ງ ໃນການຊຸກຍູ້ ສົ່ງເສີມກິລາບານເຕະ ແລະ ນັກກິລາ ທີມຊາດລາວ ເພື່ອເປັນຕົວແທນຂອງ ສປປ ລາວ ໃນການສ້າງຊື່ສຽງອັນດີ ຢູ່ໃນເວທີສາກົນ,
ເປັນນັກກິລາລຸ້ນສືບທອດຂອງປະເທດຊາດໃນຕໍ່ໜ້າ ແລະ ເປັນແບບຢ່າງ ໃນການສ້າງແຮງບັນດານໃຈ ໃຫ້ແກ່ນັກກິລາລຸ້ນໃໝ່ ໃຫ້ມີຄວາມມຸ່ງໝັ້ນ ພັດທະນາຕົນເອງ ເພື່ອໃຫ້ໄດ້ເປັນຕົວແທນ ຂອງກິລາບານເຕະ ທີມຊາດລາວ ໃນລຸ້ນຕໍ່ໆໄປ.