ພົບຊາຍຖືກທຳຮ້າຍ ຢູ່ຄອງນໍ້າ ຫລັກ 19

ພົບຊາຍຖືກທຳຮ້າຍ ຢູ່ຄອງນໍ້າ ຫລັກ 19

ໃນເວລາປະມານ 20:40 ໂມງ ຂອງຄືນວັນທີ 16 ກໍລະກົດ 2022 ປະຊາຊົນ ໄດ້ໄປກ້ານປາ ຢູ່ຫລັກ 19 ເມືອງໄຊທານີ ນະຄອນຫລວງວຽງຈັນ ( ທາງເຂົ້າດົງບັງ ) ພົບເຫັນຊາຍຄົນຫນຶ່ງ ນອນຢູ່ປ່າຫຍ້າຄອງນໍ້າ ຕົນໂຕປຽກນໍ້າ, ເປື້ອນຕົມ ຢູ່ຄໍພົບຮ່ອງຮອຍບາດແຜຖືກມີດປາດ, ແຕ່ບໍ່ຮຸນແຮງ.

ລັກສະນະຜູ້ກ່ຽວຄ້າຍຄືຄົນມຶນເມົາ, ປະຊາຊົນຢູ່ບໍລິເວນໃກ້ຄຽງ ຊ່ວຍເຫລືອ ພ້ອມທັງໂທຫາກູ້ໄພນຳສົ່ງໂຮງຫມໍ:

ຍັງບໍ່ຮູ້ວ່າ ຜູ້ກ່ຽວທຳຮ້າຍໂຕເອງ ຫຼື ຖືກຄົນອື່ນທຳຮ້າຍມາ, ເພາະບໍ່ສາມາດໃຫ້ປາກຄຳໄດ້ ຄາດວ່າຍ້ອນເຈັບຮ່ອງຮອຍບາດແຜ.

ຊົມຄລິບ.1

ຄລິບ2.

Related Posts

Leave a Reply

Your email address will not be published. Required fields are marked *