ເຂົ້າໜຽວຮ້ອນໆ ຫອມໆບໍ່ວ່າໃຜກໍ່ມັກ ໂດຍສະເພາະຄົນລາວເຮົາທີ່ນິຍົມບໍລິໂພກເຂົ້າໜຽວເປັນສ່ວນຫຼາຍ ໃນທຸກຄົວເຮືອນຕ້ອງມີເຂົ້າໜຽວໃນເຮືອນຄົວ ແມ້ກະທັ້ງໃຜທີ່ບໍ່ມີກໍ່ຕ້ອງໄດ້ຊື້ຕາມທ້ອງຕະຫຼາດ

ບໍ່ວ່າຈະເປັນເຂົ້າສານ ຫຼື ເຂົ້າສຸກ ແຕ່ສິ່ງທີ່ຄວນລະວັງຄືຶການຊື້ເຂົ້າສຸກຕາມທ້ອງຕະຫຼາດທີ່ຜູ້ຂາຍນໍາໄປໃສ່ໄວ້ໃນກະຕິກນໍ້າພລາສຕິກ ເພື່ອກັກເກັບຄວາມຮ້ອນຂອງເຂົ້າ ເຊິ່ງມັນມາພ້ອມກັບອັນຕະລາຍທີ່ທ່ານອາດເບີ່ງຂ້າມ.

ທ່ານຮູ້ບໍ່ວ່າ ກະຕິກນໍ້າມັນມີທັງແບບເກຣດດີ ແລະ ເກຣດທີ່ບໍ່ຄ່ອຍດີປານໃດ ຫາກທ່ານພົບເຂົ້າໜຽວຢູ່ໃນກະຕິກນໍ້າທີ່ບໍ່ທົນຄວາມຮ້ອນ ຮັບຮອງວ່າພລາສຕິກໄດ້ລະລາຍປະປົນໄປກັບເຂົ້າໜຽວທີ່ທ່ານກໍາລັງຈະຊື້ມາຮັບປະທານແນ່ນອນ ແຕ່ຫາກເປັນກະຕິກທີ່ໄດ້ມາດຕະຖານກໍ່ບໍ່ເປັນຫຍັງ.
ແຕ່ທ່ານຈະຮູ້ໄດ້ແນວໃດ ວ່າກະຕິກນໍ້າທີ່ແມ່ຄ້າເອົາມາໃສ່ເຂົ້ານັ້ນ ເປັນກະຕິກນໍ້າທີ່ດີ ສາມາດທົນຄວາມຮ້ອນທົນຄວາມຮ້ອນໄດ້ໃນລະດັບໜຶ່ງ ຂໍຢໍ້າວ່າລະດັບໜຶ່ງເທົ່ານັ້ນ ຄືມັນກັນບໍ່ໄດ້ 100% ເພາະກະຕິກນໍ້າ ເຂົາຜະລິດໃຫ້ມາໃສ່ນໍ້າກ້ອນ, ນໍ້າເຢັນ ຫຼື ນໍ້າໃນອຸນຫະພູມຫ້ອງ ເຊິ່ງບໍ່ໄດ້ຜະລິດມາເພື່ອທົນຄວາມຮ້ອນຈາກເຂົ້າໜຽວ.

ສ່ວນຂອງຜ້າຂາວບາງທີ່ເຫັນນໍາມາຮອງກະຕິກນໍ້າກ່ອນໃສ່ເຂົ້າໜຽວນັ້ນ ສ່ວນຫຼາຍຈະໃຊ້ຜ້ານິລົງ ລາຄາຖືກ ທີ່ເປັນເສັ້ນໃຍສັງເຄາະ ທີ່ລະລາຍໄດ້ເມື່ອຖືກຄວາມຮ້ອນ ທາງທີ່ດີຄວນໃຊ້ຜ້າທີ່ເຮັດມາຈາກເສັ້ນໃຍຝ້າຍແທ້ໆ ແຕ່ທາງທີ່ດີທີ່ສຸດຄືການບັນຈຸໃສ່ຖົງຮ້ອນກ່ອນທີ່ຈະນໍາມາໃສ່ກະຕິກນໍ້າຈະດີກວ່າ ຫຼື ວິທີ່ທີດີທີ່ສຸດ ຄວນໃສ່ເຂົ້າໜຽວໄວ້ໃນໝໍ້ໂລຫະ ຫຼື ຕິບເຂົ້າທີ່ເຮັດດ້ວຍໄມ້ຢ່າງດີ.
