ຂີ່ໄວໂພ້ດດດ ມາຖ້າແຕ່ ດົນ. ຢາກໃຫ້ຮູ້ວ່າ ມາຖ້າຮັບແລ້ວເດີ້.

ການລໍຄອຍຂອງແຟນບານ ທີ່ຢາກຕ້ອນຮັບ ນັກກີລາ …1ນາທີ ໂຄດມີຄ່າ ເຈົ້າຫາກເຫັນວ່າ ຂ້ອຍມັກແລະຮັກ ບານເຕະສຳໃດ .

ໃຫ້ພາບມັນບັນລະຍາຍ ນາທີທີ່ເຫັນຂະບວນຂີ່ຜ່ານ ອະລັງການແຮງ ດີໃຈທີ່ ໄດ້ມີໂອກາດໂບກທຸງຕອນຮັບ ທັບນັກກີລາທີ່ສ້າງຊື່ສຽງມາໃຫ້ແກ່ປະເທດລາວ.
ພວກເຮົາເລືອກຢູ່ປະຕູໄຊເພື່ອຢາກເບິ່ງຂະບວນແຫ່ ວ່າເປັນແບບໃດ ເພື່ອຕ້ອນຮັບການກັບມາຂອງນັກກີລາ ຕໍ່ໄປຊິໄດ້ຮັບຕ້ອນກັນທຸກປີ ເພາະວົງການກີລາຊິປຽ່ນແປງແລ້ວ ນັບຈາກນາທີນີ້ໄປ.

ຄືບໍ່ໄປຖ້າເຈີນັກກີລາຢູ່ວັດໄຕ!! ຢ້ອນປະກາດວ່າມີຂະບວນແຫ່ ຢາກມີໂມເມັ້ນ ເບິ່ງຂະບວນ.. ບໍ່ຈອດ ບໍ່ວ່າເດີ້ ຂ້ອຍແຄ່ຢາກໃຫ້ຂີ່ຊ້າກ່ອນນີ້ແນ່.
ພວກຂ້ອຍກະຖ້າແຕ່5ໂມງ 555555 ແລະບ່ອນພວກຂ້ອຍຢູ່ກະຫລາຍຄືກັນ ຢາກມີໂມ້ເມັ້ນເຫັນປະຊາຊົນ ອອກມາຍືນຕ້ອນຮັບນັກກີລາຫັ້ນແຫລະ ຢາກໃຫ້ພວກນ້ອງຮູ້ວ່າ.

ການທີ່ເຮັດຊື່ສຽງເພື່ຶອປະເທດຊາດ ແລະການທີ່ແຟນຄັບຕິດຕາມ ແລະໄດ້ຮັບຮູ້ເຖິງການທີ່ມີປະຊາຊົນໂບກມືຕ້ອນຮັບຕາມທາງ.

ມັນນ່າພູມໃຈສຳໃດ ຈົດຈື່ບັນຍາກາດແບບນີ້ໄວ້ ແລະພັດທະນາຂື້ນໄປອີກ.
ຊົມຄລີບ 1