ບໍລິສັດ ເບຍລາວ ແຈ້ງປັບຂຶ້ນລາຄາ ບາຜະລິດຕະພັນ ເລີ່ມ 18 ກໍລະກົດ
ແຈ້ງການຈາກ ບໍລິສັດ ເບຍລາວ:
ບໍລິສັດ ເບຍລາວ ຈໍາກັດ ມີຄວາມຈໍາເປັນໃນການປັບປ່ຽນລາຄາບາງຜະລິດຕະພັນ ເນື່ອງຈາກໄດ້ຮັບຜົນກະທົບຈາກການປັບເພີ່ມລາຄາຂຶ້ນຢ່າງຕໍ່ເນື່ອງຂອງບັນດາປັດໄຈການຜະລິດ
ເຊິ່ງເປັນຜົນມາຈາກພາວະການອ່ອນຄ່າລົງຂອງເງິນກີບຢ່າງໄວເມື່ອທຽບໃສ່ ບັນດາສະກຸນເງິນອື່ນໆທີ່ຊື້ຂາຍແລກປ່ຽນກັນຢູ່,
ດັ່ງເຊັ່ນທຸກໆຄັ້ງ ບໍລິສັດ ເບຍລາວ ຈໍາກັດ ໄດ້ມີຄວາມພະຍາຍາມທີ່ຈະປັບປ່ຽນລາຄາ ສິນຄ້າໃຫ້ຫນ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອຈໍາກັດຜົນກະທົບທີ່ຈະມີຕໍ່ບັນດາຜູ້ບໍລິໂພກ ແລະ ຮ້ານຄ້າໃນຊ່ວງເວລາທີ່ກໍາລັງ ຫຍຸ້ງຍາກນີ້.
ການປັບປ່ຽນລາຄາໃຫມ່ໃນຄັ້ງນີ້ ຈະເລີ່ມມີຜົນຢ່າງເປັນທາງການນັບຕັ້ງແຕ່ວັນທີ 18 ກໍລະກົດ 2022 ເປັນຕົ້ນໄປ
ລາຍລະອຽດອ່ານທີ່ຄອມເມັ້ນ:

….
