ເກີດອຸບັດຕິເຫດເຮືອບິນໂດຍສານໂຊມາເລຍປະສົບອຸບັດຕິເຫດລົງຈອດກະແທກຮັນເວ

ພິກຂວໍ່າຫງາຍທ້ອງ ໃນວັນທີ 18 ກໍລະກົດ 2022 ເຄື່ອງບິນໂດຍສານ Jubba Airways ນຳພາຜູ້ໂດຍສານ 36 ຊີວິດເດີນທາງມາຈາກເມືອງໄບດົວທາງຕາເວັນຕົກສ່ຽງໃຕ້ຂອງປະເທດໂຊມາເລຍ

ກ່ອນມາປະສົບອຸບັດຕິເຫດຂະນະທີລົງຈອດທີສະໜາມບິນນານາຊາດ ເອເດນ ແອັດດີ ໃນກຸງໂມກາດິຊູໃນເວລາປະມານ 11:00 ຕາມເວລາທ້ອງຖິ່ນໂດຍຜູ້ຫັນເຫດການເລົ່າວ່າລໍ້ເຮືອບິນແຕະພື້ນກ່ອນທີ່ຈະເຮືອບິນຈະມາເຖິງຣັນເວ

ເຮັດໃຫ້ເຄື່ອງບິນໄຫຼ ແລະ ພິກຂວໍ່າຫງາຍທ້ອງແຕ່ໂຊກດີທີ່ຜູ້ໂດຍສານບໍ່ໄດ້ເສຍຊີວີດ ແຕ່ກໍ່ມີອາການຕົກໃຈ ແລະບາດເຈັບພຽງເລັກນ້ອຍ 3 ຄົນເທົ່ານັ້ນ.
