ປັບທັດສະນະຄະຕິ ຫນຸ່ມຄອມເມັ້ນຄັດຕໍ່ແນວທາງ
ໃນວັນທີ 21 ກໍລະກົດ 2022 ປກສ ກຸ່ມເຂດນາຊວງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ນຳຕົວຫນຸ່ມ ຄອມເມັ້ນໃນເຟສບຸກ ມາປັບທັດສະນະຄະຕິ ຍ້ອນຄອມເມັ້ນ ບໍ່ຖືກຕ້ອງຕາມແນວທາງ ວາງອອກ.

ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ : ໃນວັນທີ 20 ກໍລະກົດ 2022 ໄດ້ມີຜູ້ໃຊ້ເຟສບຸນຊື້ວ່າ( มีด สิด ) ແຕ່ຊື່ແທ້ ທ້າວ ໄມລ້ານ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານ ນາວັງໄຄ ເມືອງວຽງທອງ ໄດ້ຄອມເມັ້ນໃນແຈ້ງການ ຂອງໂຮງໝໍສູນກາງ 103 ກອງທັບ

ທີ່ມີເນື້ອໃນທີ່ວ່າ ຫ້າມເອົາເງີນໃຫ້ແພດໝໍໃນທຸກກໍລະນີ ( ໃສ່ຊອງຜ່າຕັດ ), ຫ້າມຈ່າຍເງີນຕ່າງໆເພີ່ມທີ່ບໍມີບີນຂອງໂຮງໝໍທີ່ຖືກຕ້ອງ ( ໃບອອກໂຮງໝໍ, ໃບວິເຄາະ, ໃບລັງສີ, ໃບລ້າງບາດ) ແລ້ວຜູ້ກ່ຽວໄດ້ໄປຄອມເມັ້ນໄປໃນທາງທີ່ຜິດ ແລະ ແຕະຕ້ອງເຖິງໂຮງໝໍເມືອງວຽງທອງ ໃນຄອມເມັ້ນທີ່ວ່າ:

( ໂຮງໝໍເມືອງວຽງທອງເປັນແບບຢ່າງ ຖ້າກຶນແຕ່ເງິນຢ່າງດຽວເວົ້າມາລະເບື່ອເລີຍ )

ສະນັ້ນທາງ ປກສ ກຸ່ມເຂດນາຊວງ ແລະ ທາງໂຮງໝໍເມືອງ ຈີ່ງໄດ້ເອີ້ນຜູ້ກ່ຽວມາຂຽນບົດບັນທຶກ ແລະ ຮັບສະລະພາບ ຂໍໂທດຕໍ່ສັງຄົມໃນການຄອມເມັ້ນໃນເນື້ອໃນດັ່ງກ່າວພ້ອມທັງໃຫ້ລົບຄໍາຄອມເມັ້ນນັ້ນ.
ພາບ-ຂ່າວ ທອງວັນດີ