ຈຳປາສັກພວມຕື່ນຕົວ ສັ່ງປິດປໍ້າ.
ເຈົ້າຫນ້າທີ່ກ່ຽວຂ້ອງແຂວງຈຳປາສັກ ພວມຕື່ນຕົວ ໃນວັນທີ 18 ກໍລະກົດ 2022 ຈຶ່ງລົງກວດປໍ້ານໍ້າມັນ ຢູ່ນະຄອນປາກເຊ ພົບປໍ້າເປີດຂາຍ 21 ປໍ້າ. ໃນນີ້, ຂາຍເກີນລາຄາ 6 ປໍ້າ.
ສຳລັບປໍ້າຂາຍເກີນລາຄາ ແມ່ນສຶກສາອົບຮົມ, ສ້າງບົດບັນທຶກ ແລະ ຫນີບກົ່ວໃຫ້ຢຸດຂາຍຊົ່ວຄາວ, ຈົນກວ່າອະນຸຍາດຈາກພາກສ່ວນກ່ຽວຂ້ອງ ຈິ່ງເປີດຄືນໃຫມ່ໄດ້;
ຢ່າງໃດກໍຕາມ, ຕື່ນຕົວຊ້າດີກວ່າບໍ່ຕື່ນນໍ.
