ດີປານປິດຖີ້ມ..!! ຫຍ້າຍົນເຫາະ ດີຢາປົວຄໍໜຽງ ຫຼື ຄໍໜຽງເອີມ ມີຜູ້ຫາຍດີມາແລ້ວ (ມີຄລິບ)

ບັນຍາຍລັກສະນະພືດສາດ ຫຍ້າຍົນເຫາະຈັດເປັນພືດລົ້ມລຸກລະດູດຽວ. ລຳຕົ້ນອວບນ້ຳ, ສູງ 60-80 ຊມ, ສີຂຽວອົມຂາວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 3-6 ຊມ, ຍາວ 6-15 ຊມ, ໂຄນໃບຮຽວແຫຼມ, ຂອບໃບເປັນແສກ ຫຼື ເປັນຄື້ນເລິກຢູ່ບໍລິເວນໂຄນໃບ, ປາຍຮຽວແຫຼມ, ແຜ່ນໃບອວບນ້ຳ.

ຊໍ່ດອກອອກຕາມປາຍກິ່ງ ຫຼື ປາຍຍອດ. ມີຊໍ່ດອກຍ່ອຍຈຳນວນ 3-5 ຊໍ່, ຮູບຊົງກະບອກ, ຍາວປະມານ 2 ຊມ. ມີໃບປະດັບຊໍ່ດອກຢູ່ບໍລິເວນໂຄນຊໍ່ດອກຍ່ອຍ, ຮູບແຖບ, ຍາວ 0.6-1 ຊມ, ສີຂຽວ.

ດອກຍ່ອຍຈັບແບບກະຈຸກແໜ້ນ, ມີເກສອນເພດຜູ້ 5 ອັນໂຄນເຊື່ອມຕິດກັນ. ໝາກມີຂະໜາດນ້ອຍຫຼາຍ, ຮູບຊົງກະບອກ, ຍາວປະມານ 1 ຊມ, ມີຂົນສີຂາວຟູບໍລິເວນສ່ວນປາຍ, ມີນ້ຳໜັກເບົາສາມາດປິວໄປຕາມລົມໄດ້.

ບັນຍາຍການນຳໃຊ້ ເປັນອາຫານ: ໃບ ແລະ ຍອດອ່ອນສາມາດກິນສົດກັບລາບ, ແຈ່ວ, ຫຼວກກັບແຈ່ວໄດ້, ຊຸບກັບຜັກລວມ ຫຼື ແກງ. ນອກຈາກນີ້ແລ້ວຊາວບ້ານຍັງນິຍົມນຳເອົາໃບ, ຍອດ ຫຼື ທັງຕົ້ນນຳມາມາເປັນອາຫານໝູ.

ຜູ້ໃຊ້ເຟສບຸກຊື່ Phoufai VOrachark ໄດ້ໂພສວ່າ: ຊ່ວຍແຊຣເພື່ອບອກຄົນທີ່ຮູ້ຈັກ ຫາກເປັນພະຍາດຄໍໜຽງ.

( Goiter) ໃຫ້ຕົ້ມແກງກິນແບບຜັກຈະປົວຄໍໜຽງເອີມ (Goiter) ວິທີເຮັດ:

ແມ່ນນຳຫຍ້ານົນເຫາະມາຕົ້ນກິນ ຫຼື ນຳມາປຸງແຕ່ງອາຫານ ກິນຕິດຕໍ່ກັນ 1 ເດືອນ ຄໍໜຽງກໍ່ຈະຄ່ອຍຫຍຸບລົງ.

ຊົມຄລິບ

Related Posts

Leave a Reply

Your email address will not be published. Required fields are marked *