ເປັນເເພດອາສາ ເຮັດວຽກ 7 ປີ ບໍ່ໄດ້ໂຕເລກ!!! ສຸດທ້າຍຈໍາໃຈລາອອກ

ເປັນເເພດອາສາ ເຮັດວຽກ 7 ປີ ບໍ່ໄດ້ໂຕເລກ!!! ສຸດທ້າຍຈໍາໃຈລາອອກ😢🥺

ໃນວັນທີ 23 ກໍລະກົດ ໄດ້ມີ ເເພດອາສາ ຊື່ (ตุกตาชายสี้น ตุกตา)ໂພສລົງເຟສບຸກສ່ວນຕົວ ເຮັດວຽກ 7 ປີ ບໍ່ໄດ້ໂຕເລກ!!! ສຸດທ້າຍຈໍາໃຈລາອອກເຊິ່ງກໍໄດ້ມີຄົນໃຫ້ກໍາລັງໃຈ ເເລະ ເເຊຣ໌ຈໍານວນຫຼາຍ

ຫຼັງຈາກໂພສລົງເຟສບຸກພ້ອມທັງຂໍ້ຄວາມວ່າ:
“ ສຸດທ້າຍກະທົນບໍ່ໄດ້ຕ້ອງໄດ້ລາອອກຈາກອາຊີບທີ່ມັກ ຍ້ອນບໍ່ມີຄວາມຫວັງຄິດວ່າຮຽນມາຊິໄດ້ເປັນແພດເປັນໝໍໄດ້ອາຊີບທີ່ໝັ້ນຄົງ

ສຸດທ້າຍບໍ່ແມ່ນເຮັດວຽກມາ 7 ປີບໍ່ມີຄວາມໝາຍສຸດທ້າຍກະອອກມາເຕະຟຝຸ່ນຄືເກົ່າ #ເສຍດາຍເງິນຮຽນມາເດ##

ແມ່ຂາຍງົວ ຂາຍຄວາຍຂາຍໄຮ່ ຂາຍນາ ສົ່ງລູກຮຽນຫວັງຢາກໃຫ້ໄດ້ອາຊີບທີ່ໝັ້ນຄົງ ສຸດທ້າຍກະບໍ່ເປັນຄືຄວາມຫວັງລູກຕ້ອງຂໍໂທດພໍ່ແມ່ທີ່ເຮັດຕາມຄວາມຫວັງບໍ່ໄດ້ ຝາກໄວ້ໃຜທີ່ຍັງອາສາຢູ່ກະສູ້ຕໍ່ໄປເດີ #ເສຍດາຍຄືກັນແຕ່ມັນຈຳເປັນ##

ວອນທາງຂັ້ນເທິງເຫັນໃຈແນ່ ເຮັດວຽກກະເຮັດຢູ່ບ່ອນນອກໆແລ້ວຊິເອົາສໍາໃດຈຶ່ງຊິໄດ້ເຂົ້າລັດຖະກອນ ”

ເເລະ ຍັງມີອາສາຫຼາຍຄົນທີ່ເຮັດວຽກຫຼາຍປີເເຕ່ຍັງບໍ່ໄດ້ໂຕເລກ! 😢

ທີ່ມາ: ກະແສຂ່າວ

Related Posts

Leave a Reply

Your email address will not be published. Required fields are marked *