ຖືວ່າເປັນຂ່າວດີສໍາລັບແຮງງານຂັ້ນຕໍ່າໃນຂອບເຂດທົ່ວປະເທດລາວ ເພາະກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະເລີ່ມປັບຄ່າແຮງງານຂັ້ນຕໍ່າຈາກ 1.100.000 ກີບຂຶ້ນເປັນ 1.200.000 ກີບ/ເດືອນ ຫຼື ເພີ່ມຂຶ້ນ 100.000 ກີບ/ເດືອນໂດຍຈະປັບຂຶ້ນນັບແຕ່ເດືອນ ສິງຫາ 2022 ນີ້ ຫຼື ອີກ 7 ວັນຂ້າງໜ້ານັບຈາກນີ້ ແລະ ຈະປັບຂຶ້ນອີກຈາກ1.200.000 ກີບ ເປັນ 1.300.000 ກີບ/ເດືອນ ໃນເດືອນພຶດສະພາ 2023.

ເປົ້າໝາຍຜູ້ທີ່ຈະໄດ້ຮັບແຮງງານຂັ້ນຕໍ່າສຸດແມ່ນຜູ້ເຮັດວຽກໃນຫົວໜ່ວຍການຜະລິດ, ທຸລະກິດ, ການບໍລິການຂອງພາກສ່ວນທຸລະກິດ-ສັງຄົມ, ຜູ້ເຮັດວຽກນອກລະບົບ ແລະ ໃນຄົວເຮືອນທີ່ບໍ່ມີວຸດທິທາງວິຊາຊີບ, ບໍ່ມີສີມື, ບໍ່ມີຄວາມຊຳນານງານ ແລະ ບໍ່ມີໃບຢັ້ງຢືນຜ່ານງານຊຶ່ງເຮັດວຽກບໍ່ເກີນ 26 ວັນຕໍ່ເດືອນ, 6 ວັນຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ວັນ.

ເງິນເດືອນດັ່ງກ່າວນີ້ແມ່ນຈະບໍ່ລວມເງິນຄ່າເຮັດວຽກເພີ່ມໂມງ (ໂອທີ), ເງິນບໍາເນັດ, ເງິນອຸດໜູນປີການ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍບາຍອື່ນໆທີ່ເປັນສະຫວັດດີການຂອງຫົວໜ່ວຍແຮງງານ.

..

ຂໍ້ມູນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ