ລັກໂທລະສັບ ແລ້ວຫຼົບໜີ ຖືກນຳຈັບມາດຳເນີນຄະດີ

ລັກໂທລະສັບ ແລ້ວຫຼົບໜີ ຖືກນຳຈັບມາດຳເນີນຄະດີ

ປກສ ກຸ່ມສີວິໄລ ຈັບກຸມ ທ້າວ ສີ ອາຍຸ 40 ປີ, ພັກເຊົາຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນວ ໃນຂໍ້ກ່າວຫາລັກຊັບ ລັກໂທລະສັບ.

ສອບສວນໃນເບື້ອງຕົ້ນ, ຜູ້ກ່ຽວ ຮັບສາລະພາບວ່າ: ໄດ້ລັກເອົາໂທລະສັບຢູ່ຮ້ານຕັດຜົມແທ້ ແລ້ວເອົາໄປຈຳເອົາເງິນ ຢູ່ຮ້ານແປງໂທລະສັບ ເຂດບ້ານໂພນຕ້ອງ ເມືອງຈັນທະບູລີ.

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເປີດເຜີຍວ່າ: ໃນວັນທີ 23, ກໍລະກົດ 2022, ໄດ້ຮັບແຈ້ງຄວາມຈາກ ເຈົ້າຂອງໂທລະສັບວ່າ: ມີຜູ້ຊາຍຄົນໜຶ່ງເຂົ້າມາໃນຮ້ານຕັດຜົມ ທຳທ່າວ່າຈະມາຕັດຜົມ.

ພໍມີໂອກາດ ທ້າວ ສີ ກໍລົງມືລັກເອົາໂທລະສັບ 1 ໜ່ວຍ ຍີ່ຫໍ້ອອບໂປ ແລ້ວເອົາຕົວຫຼົບໜີ, ພາຍຫຼັງໄດ້ຮັບແຈ້ງ ປກສ ກຸ່ມ ແລະ ປກສ ບ້ານຊ້າງຄູ້ ໄດ້ສົມທົບກັນຕິດຕາມຊອກນໍາຈັບຕົວທ້າວ ສີ ມາດຳເນີນ ຄະດີຕາມກົດໝາຍ.

ປັດຈຸບັນ, ປກສ ກຸ່ມສີວິໄລ ໄດ້ຈັບ ແລະ ສົ່ງຜູ້ຖືກຫາໃຫ້ກອງບັນຊາການ ປກສ ເມືອງໄຊທານີ ສືບສວນ-ສອບສວນ ດຳເນີນຄະດີຕາມກົດໝາຍ.

ແຫ່ຼງຂໍ້ມູນ

https://www.facebook.com/101631088310537/posts/pfbid0KYpDL7fJnhxPuxDxeSbYpHC1PdJD4TgmeT2SXkL6cHJmhBcgC6qqmWsaCBPN9SyPl/

Related Posts

Leave a Reply

Your email address will not be published. Required fields are marked *