ແຈ້ງເຖິງພະນັກງານ, ທະຫານ-ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ

ແຈ້ງເຖິງພະນັກງານ, ທະຫານ-ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບວ່າ: ໃນວັນທີ 6 ພືດສະພາ 2022 ຜ່ານມາ ເຈົ້າໜ້າທີ່ ວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ໄດ້ກັກລົດຈັກຈໍານວນ 3 ຄັນຄື:
1. ລົດຈັກຍີ່ຫໍ້ ຮອນດາຄິກ 125 ສີດຳ, ເລກຈັກ NF35E-003303, ເລກຖັງHLH KF3509 K5033034 (ບໍ່ຕິດປ້າຍທະບຽນ)
2. ລົດຈັກຍີ່ຫໍ້ ຮອນດາຊູໂມເອັກ ສີດຳ, ເລກຈັກ RF35E-0033034, ເລກຖັງ MLHJF6211 L5301246 ປ້າຍທະບຽນ ດອ 6643 ກຳແພງນະຄອນ.
3. ລົດຈັກຍີ່ຫໍ້ ຮອນຕາຢ່າມາຮາ R15, ສີຂຽວ, ເລກຈັກ G3J6E0129751, ເລກຖັງ MH3RG 472111031624 ປ້າຍທະບຽນ ທນ 0006 ກຳແພງນະຄອນ.
ດັ່ງນັ້ນ ຈຶ່ງແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ຖ້າຫາກສົງໃສ ຫຼື ມີເອກະສານຢັ້ງຢືນວ່າເປັນລົດຂອງຕົນເອງ ໃຫ້ນໍາເອົາເອກະສານທີ່ກ່ຽວຂ້ອງມາພົວພັນນໍາກອງບັນຊາການ ປກສ ແຂວງວຽງຈັນ ໃນໂມງລັດຖະການ ກໍານົດບໍ່ໃຫ້ກາຍ 60 ວັນ ນັບຈາກມື້ລົງລາຍເຊັນເປັນຕົ້ນໄປ ລາຍລະອຽດຕາມແຈ້ງການ
ທີ່ມາ: Viengchan Police news