ວັນທີ 26 ກໍລະກົດ 2022 ນີ້ເພຈທາງການຂອງບໍລິສັດລົດໄຟລາວ-ຈີນອອກມາໂພສວ່າ: ເນື່ອງຈາກຜູ້ໂດຍສານເດີນທາງມີຈຳນວນຫຼາຍ, ແຕ່ວ່າບ່ອນນັ່ງລົດໄຟ ແລະ ເງື່ອນໄຂອື່ນໆມີຂີດຈຳກັດ.

ດັ່ງນັ້ນ, ພວກເຮົາເລີຍຢາກຂໍຄຳເຫັນນຳບັນດາທ່ານ, ຫາກພວກເຮົາຈະເພີ່ມປີ້ທີ່ເປັນປີ້ຢືນ (ສາມາດຊື້ປີ້ເດີນທາງໄດ້, ລາຄາເທົ່າກັບປີ້ທົ່ວໄປ,

ພຽງແຕ່ຈະບໍ່ມີບ່ອນນັ່ງແຕ່ຫາກບາງສະຖານີບ່ອນນັ່ງຫວ່າງແລະ ຕັ່ງນັ່ງນັ້ນຍັງບໍ່ມີຜູ້ໂດຍສານຊື້ປີ້ນັ່ງ ທ່ານສາມາດໄປນັ່ງຊົ່ວຄາວໄດ້ ) ທຸກທ່ານຈະຍິນດີຊື້ປີ້ດັ່ງກ່າວບໍ.

ຂໍໃຫ້ທຸກທ່ານຄອມເມັ້ນໃນດ້ານລຸ່ມ.
ໂອເຄ, 2. ບໍ່ໂອເຄຫຼືວ່າ ມີຄຳເຫັນອື່ນກໍສາມາດຄອມເມັ້ນໄດ້.https://poll.app.do/3353093/xgxw6wdy.
