28/7/2022 ສສຂ ປະຈຳເຂດເລືອກຕັ້ງເມືອງອາດສະພອນ ແລະ ເມືອງພະລານໄຊ ສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນຕໍ່ບັນຫາສິນຄ້າປັບລາຄາຂຶ້ນສູງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ 2 ໃນຄັ້ງວັນທີ 27 ກໍລະກົດ 2022
ທ່ານ ນາງ ຫົງຄຳ ໄຊຍະຄົມ ສະມາຊິກສະພາແຫ່ງຊາດ ທັງເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ອາດສະພອນ ໄດ້ປະກອບຄຳເຫັນຕໍ່ວຽກງານອົງການປົກຄອງແຂວງ ໂດຍສະເພາະຕໍ່ວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 6 ເດືອນຕົ້ນປີຜ່ານມາ.

ກໍ່ເຫັນວ່າມີຫຼາຍຢ່າງໄດ້ຮັບການແກ້ໄຂໄດ້ດີ ແຕ່ບາງຢ່າງກໍ່ໄດ້ສົ່ງຜົນກະທົບໜັກຕໍ່ປະຊາຊົນ ໂດຍສະເພາະແມ່ນບັນຫາລາຄາສິນຄ້າຕາມທ້ອງຕະຫຼາດ,ຕາມຫ້າງຮ້ານເກືອບທຸກປະເພດສິນຄ້າ ທີ່ເຫັນວ່າໄດ້ດີດໂຕຂຶ້ນສູງແບບກ້າວກະໂດດ ສິນຄ້າບາງປະເພດແມ່ນຂຶ້ນລາຄາ 2 ເທົ່າເມື່ອທຽບໃສ່ກັບເມື່ອກ່ອນ ແລະ ຂຶ້ນແລ້ວກໍ່ຂຶ້ນເລີຍບໍ່ຍອມປັບລົງ.ສະນັ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນດ່ວນ ວ່າເປັນຍ້ອນຕົ້ນທຶນ ຫຼື ເປັນນຳພໍ່ຄ້າ-ແມ່ຄ້າສວຍໂອກາດຂຶ້ນລາຄາ.
ສ່ວນທ່ານ ປອ ສຸກສະຫວັນ ໄຊສົມບັດ ສະມາຊິກສະພາແຫ່ງຊາດ ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພະລານໄຊ ກໍ່ໄດ້ມີຄຳສະເໜີຕໍ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງ
ຄວນມີການກຳນົດລະອຽດກ່ຽວກັບລາຄາສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນ ເຊິ່ງປະຊາຊົນຕ້ອງໃຊ້ເຄື່ອງແພງ ແຕ່ ຄ່າແຮງພັດຕ່ຳ ອັນນີ້ໄດ້ສົ່ງຜົນກະທົບໜັກຕໍ່ປະຊາຊົນໃນປັດຈຸບັນ.ຂ່າວ: ອັກສອນສິນ ພົມມະຈັນ.
ພາບ: ວິລັດດາ ດວງຈັນທາ