ຄຳຖາມເຖິງເທວະດາ, ພະຍານາກ, ພະພູມເຈົ້າທີ່, ສັດເດຍດະສານ, ຜີເປດ, ສັດໃນນະລົກ ແລະ ມະນຸດ. ຄຳຖາມດຽວກັນ ຕ່າງແຕ່ຄຳຕອບ ຕ່າງພົບພູມ ຕ່າງວາລະ ຕ່າງບາລະມີ ຕ່າງຄວາມຄິດ ຕ່າງການກະທຳ ຕ່າງຈຸດມຸ່ງໝາຍ ເຊີ່ງມີລະອຽດມີຄຳຖາມດັ່ງລຸ່ມນີ້:

1. ເທວະດາ ຕອບວ່າ: ເຮົາຈະພິຈາລະນາທຳ ເພາະມະນຸດມີກາຍສັງຂານທີ່ເໝາະກັບການພິຈາລະນາທຳຢ່າງສູງ ຮ່າງກາຍຂອງມະນຸດເປັນເຄື່ອງມືທີ່ໃຊ້ພິຈາລະນາທຳໄດ້ດີທີ່ສຸດ ຊ່າງນ່າອິດສາພວກມະນຸດແທ້ໆ”

2. ພະຍານາກ ຕອບວ່າ: ຈະບວດ ຖ້າໄດ້ເກີດເປັນມະນຸດ ເຮົາຈະບວດ…ເປັນພະຍານາກມີລິດເດດມາກມາຍກໍຈິງ ແຕ່ບວດບໍ່ໄດ້ ພົ້ນທຸກບໍ່ໄດ້ ບໍ່ຄືມະນຸດ ພະພຸດທະເຈົ້າບໍ່ອະນຸຍາດໃຫ້ພະຍານາກບວດ ແຕ່ມະນຸດບວດໄດ້ ມະນຸດສ້າງບຸນໃຫຍ່ໄປສະຫວັນຊັ້ນສູງ ໄປແດນນິບພານໄດ້ແສນປະເສີດ.

3. ພະພູມເຈົ້າທີ່ ຕອບວ່າ: ຖ້າໄດ້ເກີດເປັນມະນຸດອີກຄັ້ງ ຄາວນີ້ເຮົາຈະໄປທຳບຸນໃສ່ບາດທຸກວັນ ບໍ່ຕ້ອງມານັ່ງລໍຖ້າສ່ວນອຸທິດກຸສົນມາໃຫ້ເຮົາອີກ ໄປທຳເອງເລີຍ ເພີ່ມບາລະມີດ້ວຍຕົນເອງ.

4. ສັດເດຍດະສານ ຕອບວ່າ: ຖ້າໄດ້ເກີດເປັນມະນຸດ ເຮົາຈະສົງເຄາະສັດຕົວອື່ນໆ ເປັນສັດນັ້ນແສນທຸກຍາກ ເວົ້າຈາກໍບໍ່ໄດ້ ຄິດອັນໃດທີ່ສະຫຼາດກໍບໍ່ໄດ້ ເປັນມະນຸດມີສະໝອງມີປັນຍາ ເຮົາຈະໃຊ້ປັນຍາຂອງມະນຸດທຳໃຫ້ຕົວເອງບໍ່ຕ້ອງເກີດມາເປັນສັດອີກ
5. ຜີເປດ ຕອບວ່າ: ເຮົາບໍ່ຢາກມີໜ້າຕາອັນຂີ້ກຽດແບບນີ້ ບໍ່ຢາກມີປາກເທົ່າຮູເຂັມ ມີຮູບຮ່າງສູງຄືຕົ້ນຕານ ຖ້າໄດ້ເກີດເປັນມະນຸດ ເຮົາຈະຖືສິນ ຈະຕ້ອງບໍ່ໄດ້ມາເປັນເປດທີ່ຫິວໂຫຍ ອົດໆ ຢາກໆ ທົນທຸກທໍລະມານແບບນີ້.

6. ສັດນະລົກ ຕອບວ່າ: ຖ້າໄດ້ເກີດເປັນມະນຸດ ເຮົາຈະທຳຄວາມດີ ຈະບໍ່ຜິດສິນ5ອີກ ຈະປະຕິບັດທຳ ເພາະນະລົກມັນຮ້ອນ ມັນໂຫດຮ້າຍ ຢູ່ແລ້ວມີແຕ່ຄວາມເຈັບປວດ ທຸລົນທຸລາຍ ຖ້າມີໂອກາດອີກຄັ້ງ ເຮົາຈະບໍ່ກະທຳຄວາມຊົ່ວ ເຮົາບໍ່ຢາກທໍລະມານ ບໍ່ຢາກໄດ້ຊື່ວ່າສັດນະລົກອີກ.
.7. ມະນຸດ ຕອບວ່າ: ຢາກສົມຫວັງໃນເລື່ອງຄວາມຮັກ ຢາກລວຍ ຢາກມີຕຳແໜ່ງສູງ ຢາກມີອຳນາດອະນິຈຈາໃຜນໍ້….ນ່າສົ່ງສານທີ່ສຸດ! ມະນຸດຜູ້ທີ່ຢາກໄດ້ຊັບສົມບັດພາຍນອກທີ່ຍຶດຖືໄດ້ຊົ່ວຄາວ.
