ນັກທ່ອງທ່ຽວໄທ ຕົກຂັ້ນໄດທາງລົງຖ້ຳ ບາດເຈັບ.

………..
ໃນວັນທີ 30 ກໍລະກົດ 2022 ເວລາ 11:43 ໂມງ ນັກທ່ອງທ່ຽວຊາວໄທ ທີ່ເດີນທາງມາທ່ອງທ່ຽວ ແຂວງຫລວງພະບາງ ປະສົບອຸບັດຕິເຫດ ຕົກຂັ້ນໄດທາງລົງຖ້ຳວັດຄົກປາບ ບ້ານຊຽງແມນ ເມືອງຈອມເພັດ ແຂວງຫລວງພະບາງ.

ອາການເບື້ອງຕົ້ນ ເຈັບສະໂພກເບື້ອງຂວາ ແລະ ໜ້າແຄ່ງບວມຊ້ຳເບື້ອງຂວາ; ດັ່ງນັ້ນຫນ່ວຍກູ້ຊີບຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ບໍລິເວນ 107.
