ຕຳທ້າຍລົດລາກ ເສຍຊີວິດ 6 ຄົນ.

ໃນເວລາປະມານ 19:00 ໂມງ ຂອງວັນທີ 31 ກໍລະກົດ 2022 ເກີດອຸບັດຕິເຫດລົດນັກທ່ອງທ່ຽວ ຕຳກັບລົດລາກ ເຮັດໃຫ້ມີຄົນເສຍຊີວິດ 6 ຄົນ. ໃນນີ້, ນັກທ່ອງທ່ຽວໄທ 3 ຄົນ, ລາວ 2 ຄົນ ແລະ ຫວຽດນາມ 1 ຄົນ.

ກ່ອນເກີດເຫດ ລົດລາກ 24 ລໍ້ ຂັບຂີ່ໂດຍ ທ້າວ ແອັງ ອາຍຸ 24 ປີ ຂັບມາຕາມທາງເລກ 9 ດ້ວຍຄວາມໄວ, ພໍມາຮອດເຂດບ້ານຫລຽນໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ລົດລາກ ໄດ້ ຫັກຫລົບ ລົດເມນັກທ່ອງທ່ຽວ ທັງຫມົດ 24 ຄົນ ຍິງ 16 ຄົນ ( ສວນທາງ) ແຕ່ທ້າຍລົດລາກບໍ່ຫວິດ ຈິ່ງເຮັດໃຫ້ລົດເມ ຕຳໃສ່ທ້າຍລົດລາກ ( ພວງ ).

ອຸບັດຕິເຫດຄັ້ງນີ້ເຮັດໃຫ້ ທ້າວ ບຸນເກີດ ອາຍຸ 30 ປິ ຂັບລົດ, ນາງ ຄອນສະຫວັນ ອາຍຸ 38 ປີ ( ສັນຊາດລາວ ), ນາງ ພະນິດາ, ທ້າວ ມົງຄົນ, ນາງ ວິໄລພອນ ( ສັນຊາດໄທ ) ແລະ ນາງ ເລທິມິເຮຶອງ ສັນບາດຫວຽດນາມ ເສຍຊີວິດ.