ມາກ ຂຸນເພັດຊະວົງ ຜູ້ຮັກສາປະຕູ ມືດີ

ມາກ ຂຸນເພັດຊະວົງ ຜູ້ຮັກສາປະຕູ ມືດີ ຂອງສະໂມສອນ ຈັນສີຂົນສົ່ງ ຫມົດສິດຮັບໃຊ້ທີມຈົນຈົບການແຂ່ງຂັນ ຫລັງຈາກປະທະກັບຜູ້ຫລີນທີມຮ້ານນຳ້ເຕົ່າຮູ້ຕຸ້ຍຈ່ອຍ ຈົນກະດຸກຂໍ້ຕີ້ລ້າວ ໃນເກມການແຂ່ງຂັນ Revive Futsal Cup 2022 ອາທິດທີ 1

ການແຂ່ງຂັນ ຟຸດຊໍຊິງຂັນປະທານສະຫະພັນບານເຕະເເຫ່ງຊາດລາວ ປະຈຳປີ 2022 Revive Futsal Cup 2022 ໃນວັນອາທິດທີ 31 ເປັນການແຂ່ງຂັນ ຂອງກຸ່ມ ຊີ້ ທີມຈັນສີຂົນສົ່ງ ພົບກັບ ທີມຮ້ານນຳ້ເຕົາຮູ້ຕຸ້ຍຈ່ອຍ ໃນເກມການແຂ່ງຂັນທັງສອງທີມຫລີ້ນໄດ້ແບບດຸເດືອດ ແລະ ສູສີກັນ.

ໃນເຄີ່ງເວລາທີ 1 ເປັນທີມຈັນສີຂົນສົ່ງ ອອກນຳໄປກ່ອນ 4-2 ແຕ່ເຄີ່ງເວລາທີ 2 ທີມຮ້ານນຳ້ເຕົ່າຮູ້ຕຸ້ຍຈ່ອຍ ຫລີ້ນດີຂື້ນ ຈົນມາໄດ້ປະຕູໄລຂື້ນມາ ເປັນ ສອງ ປະຕູຕິດຕໍ່ກັນ ຈົນສະເຫມີຢູ່ທີ 4-4 ຫລັງຈາກນັ້ນ ທີມຈັນສີ ມາຍິງ.

ປະຕູທີ 5 ຈາກການຍິງຂອງ ຈັນທະເສນ ວົງພັກດີ ຫລັງຈາກນັ້ນ ມະຈັງຫວະ ປະທະກັນລະຫວ່າງ ມາກ ຂຸນເພັດຊະວົງ ກັບ ຊະນະສຸກ ປະວັນນາ ຈົນເຮັດໃຫ້ ມາກ ຂຸນເພັດຊະວົງ ບໍ່ສາມາດຫລີ້ນຕໍ່ໄດ້.

ຈົນຖືກປ່ຽນໂຕອອກໄປ ຈາກນັ້ນກ່ອນຈະຫມົດເວລາ ບໍ່ເຖີງ ຫນື່ງ ນາທີ ວິໄລກຸລັງສີ ຍິງຕີສະເຫນີເປັນ 5-5 ຈົບເກມການແຂ່ງຂັນທັງສອງທີມ ແບ່ງກັນໄປທີມລະຄະແນນ.

ສ່ວນອາການຂອງ ມາກ ຂຸນເພັດຊະວົງ ຫລັງຈາກຖືກປ່ຽນອອກຖກນຳສົ່ງໄປທີ່ໂຮງຫມໍ ມິດຕະພາບຈາກການຊ່ອງໄຟຟ້າ ຜົນປາກົດວ່າ ກະດູກຂໍ້ຕີນເບື້ອງຂວາ ລ້າວ.

ຈົນຕ້ອງເຂົ້າເຝືອກ ນັ້ນຫມາຍຄວາມວ່າ ມາກ ຈະຫມົດສິດຮັບໃຊ້ຕົ້ນສັງກັດ ຈົນຈົບການແຂ່ງຂັນ.

💢ຂໍໃຫ້ ມາກ ຂຸນເພັດຊະວົງ ຈົ່ງຫາຍດີ ໄວໄວແລະກັບມາຫລີ້ນຟຸດຊໍ ອີກຄັ້ງ

Related Posts

Leave a Reply

Your email address will not be published. Required fields are marked *