ຍອມຮັບຕໍ່ຂໍ້ຜິດພາດ, ຂໍ້ຂາດຕົກບົກຜ່ອງທາງດ້ານຄວາມພ້ອມໃນການບໍລິການລົດໄຟ

ຈະປັບປຸງຂອດບໍລິການລົດໄຟລາວ-ຈີນ ໃຫ້ສະດວກ.

ບໍລິສັດ ທາງລົດໄຟລາວ-ຈີນ ຍອມຮັບຄຳຕຳນິຕິຊົມ ພ້ອມຈະນຳເອົາບັນຫາທີ່ເກີດຂຶ້ນທັງຫມົດ ໄປປັບປຸງ ແລະ ແກ້ໄຂ ໃຫ້ດີຂຶ້ນ ແລະ ສະດວກສະບາຍກວ່າເກົ່າ.

ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດຊີ້ແຈງ ໃນວັນທີ 3 ສິງຫາ 2022 ນີ້ວ່າ: ບໍລິສັດ ທາງລົດໄຟລາວ-ຈີນ

ຍອມຮັບຕໍ່ຂໍ້ຜິດພາດ, ຂໍ້ຂາດຕົກບົກຜ່ອງທາງດ້ານຄວາມພ້ອມໃນການບໍລິການລົດໄຟ ແລະ ພ້ອມຈະນຳເອົາຂໍ້ຜິດ ພາດດັ່ງກ່າວ, ໄປປັບປຸງ, ແກ້ໄຂ ໃຫ້ດີຂຶ້ນເທື່ອລະກ້າວໂດຍໄວ;

ຕໍ່ບາງບັນຫາທີ່ກ່ຽວພັນກັບວຽກງານການບໍລິການ ທາງບໍລິສັດຍິນດີຮັບເອົາຄໍາຕໍານິຕິຊົມ ທີ່ມີລັກຊະນະສ້າງສັນທຸກດ້ານ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຕົວຈິງ ເພື່ອນຳໄປປັບປຸງແກ້ໄຂ ໂດຍສະເພາະ ການບໍລິການຊື້-ຂາຍປີ້ລົດໄຟ.

ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ.

ມາຮອດປັດຈຸບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້.

ສຳລັບ ຫາງສຽງຂອງສັງຄົມ ກ່ຽວກັບຫ້ອງນໍ້າສາທາລະນະ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມາລຽນແຖວຊື້ປີ້ ຫລື ມາເຮັດທຸລະຕ່າງໆ ທາງບໍລິສັດ ກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີ ມາເປັນຈຸດບໍລິການ.

ພ້ອມນັ້ນ, ບໍລິສັດທາງລົດໄຟ ຍັງຈະຂະຫຍາຍຊ່ອງຊື້ປີ້ລົດໄຟຕື່ມອີກ ເພື່ອເຮັດໃຫ້ການຊື້-ຂາຍປີ້ລົດໄຟ ວ່ອງໄວຂຶ້ນກວ່າເກົ່າ.

Related Posts

Leave a Reply

Your email address will not be published. Required fields are marked *