ການແຂ່ງຂັນບານເຕະຊິງແຊ້ມອາຊຽນ 2022 ຮຸ່ນບໍ່ເກີນອາຍຸ 16 ປີ (U16 )
ຈັດຂຶ້ນທີ່ປະເທດອິນໂດເນເຊຍ, ວັນທີ 7 ສິງຫາ 2022 ທີມຊາດລາວ ລົງສະໜາມນັດທີ 3 ພົບກັບ ທີມຊາດບຣູໄນ ເຊິ່ງຜົນການແຂ່ງຂັນທີມຊາດລາວໂຊຟອມໄດ້ສຸດຍອດ ຍິງປະຕູຖະຫຼົ່ມ ທີມຊາດບຣູໄນ 10-0 ປະຕູ.
ເຮັດໃຫ້ທີມຊາດລາວ ລົງສະຫນາມ 3 ນັດ ຊະນະ 1 ສະເຫມີ 2 ມີ 5 ຄະແນນ ເປັນອັນດັບ 2 ກຸ່ມບີ ແຕ່ບໍ່ພຽງພໍເປັນອັນດັບ 2 ທີ່ມີຄະແນນດີທີ່ສຸດ, ຕົກຮອບແບບຫນ້າເສຍດາຍ.
ຂໍຊົມເຊີຍຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປິ ລາຍການແຂ່ງຂັນນີແມ່ນບໍ່ເສຍໃຫ້ທີມໃດ.
ຂໍ້ມູນ-ພາບ: ສະຫະພັນບານເຕະແຫ່ງຊາດລາວ