ແຈ້ງການຫາເຈົ້າຂອງລົດຈັກຈໍານວນ 09 ຄັນ
ກອງບັນຊາການ ປກສ ເມືອງ ໂພນໂຮງ ຈີ່ງຖືເປັນກຽດແຈ້ງການສະບັບນີ້ມາຍັງພໍ່,ແມ່ ປະຊາຊົນບັນດາເຜົ່າ ລວມເຖິງພະນັກງານທະຫານຕໍາຫຼວດ ແລະ ພໍ່ຄ້າຊາວຂາຍ ຊາບທົ່ວເຖີງກັນ ວ່າ : ປະຈຸບັນນີ້ເຈົ້າ ຫນ້າທີ່ວິຊາສະເພາະ ພວກເຮົາໄດ້ເກັບກູ້ລົດຈັກຈໍານວນ 09 ຄັນ ມາຮັກສາໄວ້ທີ່ ປກສ ເມືອງ ໂພນໂຮງ ລາຍລະອຽດມີດັ່ງນີ້ :
1. ລົດຈັກເວບຈີນ ຫມາຍເລກທະບຽນ ຈຍ 3961 ກໍາແພງນະຄອນ, ເລກຈັກXT73047 (ບໍ່ມີເອກະສານ).
2. ລົດຈັກ ເວບຈີນ ສີຟ້າ ຫມາຍເລກທະບຽນ ຈຣ 5023 ກໍາແພງນະຄອນ,ເລກຈັກ-ເລກຖັງ ( ລຶບ)
3. ລົດຈັກເທ່ນາ ສີຟ້າ-ດໍາ ຫມາຍເລກທະບຽນ ຈຍ 5724 ສະຫວັນນະເຂດ, ເລກຈັກ N2110PSE0133510 ່ ( ບໍ່ມີເອກະສານ ).
4. ລົດຈັກ ດີ້ມຈີນ ສີດໍາ ຫມາຍເລກທະບຽນ ຈທ 2403 ກໍາແພງນະຄອນ, ເລກຈັກ ່ LC152FNNA0376222 ( ບໍ່ມີເອກະສານ ).
5. ລົດຈັກ ໂຄລາວ ບໍ່ມີໂກບ, ບໍ່ຕິດປ້າຍທະບຽນ ເລກຈັກKL100A0431413 ( ບໍ່ມີເອກະສານ ).
6. ລົດຈັກ ນິ້ມ ສີຂາວ-ດໍຫມາຍເລກທະບຽນຈຄ 3257ວຽງຈັນ ເລກຈັກUTEDY150FNC80334365 ( ບໍ່ມີເອກະສານ ).
7. ລົດໂຊນິກ ບໍ່ມີໂກບ, ບໍ່ມີຫມາຍເລກທະບຽນ ເລກຈັກ MF12540141440 (ບໍ່ມີເອກະສານ).
8. ລົດເທນ່າ ຫມາຍເລກທະບຽນ ຈກ 5030 ບໍລິຄໍາໄຊ, ເລກຈັກ MT2110PSGo10857 (ບໍ່ມີເອກະສານ).
9. ລົດຈັກໂຄລາວ ຫມາຍເລກທະບຽນ ຈກ 8135 ກໍາແພງນະຄອນ (ປ້າຍຂາວ) ແລະ ບໍ່ມີເອກະສານ.
ດັ່ງນັ້ນ ກອງບັນຊາການ ປກສ ເມືອງໂພນໂຮງ ຈິ່ງໄດ້ອອກແຈ້ງການສະບັບດັ່ງກ່າວ ມາຍັງພໍ່,ແມ່ ປະຊາຊົນບັນດາເຜົ່າຖ້າຫາກວ່າລົດຈັກຄັນໃດທີ່ອອກແຈ້ງການໄປນີ້ວ່າແມ່ນລົດຈັກຂອງຕົນ ໃຫ້ນໍາເອົາເອກະສານ ທີ່ ພົວພັນເຄີ່ງລົດມາພົວພັນນໍາເຈົ້າຫນ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ພາຍໃນກໍານົດ 15 ວັນ ຖ້າຫາກ ວ່າກາຍກໍານົດທີ່ແຈ້ງການອອກໄປນັ້ນຖືວ່າຈະໄດ້ຮີບໂຮມເປັນຂອງລັດ .