ຫົວຫນ້າຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ຊາບວ່າ: ປະຈຸບັນໂຮງໄຟຟ້າ ພະລັງງານນ້ໍາຂອງໄຊຍະບູລີ ໄດ້ມີປະລິມານນໍ້າໄຫຼເຂົ້າຫຼາຍ ເນື່ອງຈາກຝົນຕົກຫນັກຫຼາຍ ແລະ ການປ່ອຍ ນ້ໍາຈາກເຂື່ອນນໍ້າ,ເພີ່ມຂື້ນ,

ຕໍ່ກັບສະພາບການດັ່ງກ່າວ ທາງເຂື່ອນໄຟຟ້າພະລັງງານນ້ໍາຂອງໄຊຍະບູລີ ຈຶ່ງ ໄດ້ເລີ່ມປະຕິບັດການຮັບມືສະຖານະການສຸກເສີນຂອງເຂື່ອນໄຟຟ້າໃນລະດັບ2;
ສະນັ້ນ, ຈິ່ງແຈ້ງມາຍັງທ່ານ ເຈົ້າເມືອງ ເພື່ອອອກແຈ້ງການໃຫ້ປະຊາຊົນທີ່ອາໄສຢູ່ເຫນືອ ແລະ ທ້າຍເຂື່ອນໄຟຟ້າພະລັງງານນ້ໍາຂອງ ໄຊຍະບູລີ ດັ່ງນີ້:
1. ໃຫ້ປະຊາຊົນທີ່ອາໄສຢູ່ ເຫນືອນໍ້າ ແລະ ທ້າຍນໍ້າ ກຽມຮັບມືກັບການປ່ຽນແປງຂອງລະດັບໃນແມ່ນໍ້າ້ ຂອງທີ່ອາດປ່ຽນແປງໃນໄລຍະເວລາສັ້ນ.
2. ໃຫ້ມ້ຽນມັດຜົນຜະລິດ ແລະ ສັດສາວາສິ່ງຕ່າງໆ ໄວ້ທີ່ສູງເພື່ອໃຫ້ທ່ວງທັນກັບການປ່ຽນແປງຂອງລະດັບໃນແມ່ນ້ໍາຂອງ.
3. ໃຫ້ຕິດຕາມຂໍ້ມູນຈາກທາງເຂື່ອນໄຟຟ້າພະລັງງານນ້ໍາຂອງໄຊຍະບູລີ ຢ່າງເປັນປະຈໍາ ຈົນກວ່າຈະມີການປ່ຽນແປງ ຫຼື ເຂົ້າສູ່ສະພາບປົກກະຕິ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ອ່ານແຈ້ງການຕື່ມ.
ຊົມຄລິບ
ຄລິບ2.