ນັກທ່ອງທ່ຽວຈີນຖືກນໍ້າພັດໄປຫຼາຍຄົນ.

ຂ່າວຕ່າງປະເທດ #ເຫດເກີດຢູ່ປະເທດຈີນ #ຜິງໂຈ #ເຊິງຕູ #ປະເທດຈີນ

ນັກທ່ອງທ່ຽວຈີນ ຢູ່ປະເທດຈີນ ກຳລັງນັ່ງຫຼິ້ນແຄມນ້ຳແຫຼ່ງທ່ອງທ່ຽວທຳມະຊາດເກີດເຫດນ້ຳປ່ານອງກະທັນຫັນເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ບາດເຈັບ 9 ຄົນ

ວັນທີ 13 ສິງຫາ 2022 ເວລາ 14:30 ຕາມເວລາທ້ອງຖິ່ນ (#ເຫດເກີດຢູ່ເຜິງໂຈ #ເຊິງຕູ #ປະເທດຈີນ)

ເກີດເຫດນ້ຳປ່າໄຫຼນອງກະທັນຫັນເຮັດໃຫ້ກຸ່ມນັກທ່ອງທ່ຽວຕັ້ງໂຕບໍ່ທັນ ຊຶ່ງຫຼາຍຄົນພະຍາຍາມຫຼົບໜີແຕ່ບາງຄົນໜີບໍ່ທັນຖືກນ້ຳພັດຈົມຫາຍໄປຫຼາຍຄົນ

ແຫລ່ງຂ່າວໄດ້ລະບຸວ່າ ມີຝົນຕົກໜັກບໍລິເວນຕົ້ນນ້ຳ ແຕ່ບໍລິເວນຂອບເຂດນັກທ່ອງທ່ຽວກຳລັງຫຼິ້ນຢູ່ກັບບໍ່ມີຝົນຕົກ

ນ້ຳໄດ້ທັ່ງຊຸໄຫຼມາໃນປະລິມານມະຫາສານດ້ວຍຄວາມໄວເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນຕັ້ງໂຕບໍ່ທັນຈົນເຮັດໃຫ້ບາງຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບ

ຊົມຄຣິບ.

Related Posts

Leave a Reply

Your email address will not be published. Required fields are marked *