ຕົ້ນໄມ້ຫັກທັບເສົາໄຟຟ້າແຮງກາງ ທີ່ເມືອງຊຽງເງິນ.

ໃນເວລາ 3 ໂມງ 30 ນາທີ ຂ້ອນແຈ້ງຂອງວັນທີ 14 ສິງຫາ 2022 ນີ້, ໄດ້ເກີດເຫດພາຍຸພັດແຮງ ເຮັດໃຫ້ຕົ້ນໄມ້ໃຫ່ຍທີ່ຢູ່ໃກ້ກັບບໍລິ ເວນໂຮງຮຽນ ມຕ ບ້ານມູດ ເມືອງຊຽງເງິນ ແຂວງຫລວງພະບາງ ໄດ້ລົ້ມຫັກທັບເສົາໄຟຟ້າແຮງກາງ.

ເຫດການດັ່ງກ່າວ ເຮັດໃຫ້ເສົາໄຟຟ້າເສຍຫາຍ 7 ຕົ້ນ, ມີ 3 ບ້ານໄດ້ຮັບຜົນກະທົບບໍ່ໄດ້ໃຊ້ໄຟເຊັ່ນ: ບ້ານມູດ, ສວນຫຼວງ ແລະ ບ້ານຈັດສັນບວມອໍ້. ປັດຈຸບັນນີ້ທີມງານພະນັກງານໄຟຟ້າ ແມ່ນກໍາລັງເລັ່ງມືແກ້ໄຂຜົນກະທົບ ຄາດກະວ່າໃນຕອນແລງມື້ນີ້ຈະສາມາດຊົມໃຊ້ໄຟຟ້າໄດ້.

ອີກບ່ອນໜື່ງກະແມ່ນສະຖານີລົດໄຟ ບໍ່ສາມາດສະໜອງໄຟໃຫ້ໄດ້, ແຕ່ທາງໄຟຟ້າແຂວງຫຼວງພະບາງ ກໍ່ໄດ້ມີການປະສານງານຫາທາງສະຖານີລົດໄຟແລ້ວ ເພື່ອໃຫ້ເຂົາເຈົ້າໄດ້ນຳໃຊ້ຈັກສຳຮອງ.


ພາບ-ຂ່າວ ນາລີ ໄຊຍະຄຳ.